ສີລັງກາກຳລັງຮັບມືກັບວິກິດເສດຖະກິດທີ່ໂຫດຮ້າຍທີ່ສຸດໃນຮອບ 74 ປີ ນັບຕັ້ງແຕ່ໄດ້ຮັບເອກກະລາດຈາກອັງກິດຈາກຄະນະຮັບຜິດຊອບຂອງ ລັດຖະບານຈົນສີລັງກາເປັນລັດລົ້ມລະລາຍ.
ຫຼ້າສຸດ ສີລັງກາ ໄດ້ປະກາດເປັນປະເທດລົ້ມລະລາຍ ເພາະບໍ່ສາມາດຊໍາລະໜີ້ສິນຕ່າງປະເທດທີ່ມີໄດ້ ໂດຍປັນຫາເກີດຈາກເງິນເຟີ້.
![](https://kkklao.com/wp-content/uploads/2022/04/2022-04-17T024706Z_1119896249_RC2EOT9IPY2J_RTRMADP_3_SRI-LANKA-CRISIS-1536x1022-1-1024x681.jpg)
ຂໍ້ມູນຈາກທະນາຄານກາງສີລັງກາ ສະແດງໃຫ້ເຫັນວ່າ ທຶນສໍາຮອງເງິນຕາຕ່າງປະເທດໃນເດືອນມີນາ 2022 ຫລຸດລົງ ເຖີງ 16% ຍັງເຫລືອພຽງ 1 ຕື້ 930 ລ້ານໂດລາສະຫະລັດ ເທົ່ານັ້ນ.
ປັດຈຸບັນ ສີລັງກາມີໜີ້ຕ່າງປະເທດທີ່ເຖີງເວລາຊໍາລະພາຍໃນປີ 2022 ປະມານ 4 ຕື້ໂດລາສະຫະລັດ, ໃນນີ້ ລວມເຖີງໜີ້ພັນທະບັດທີ່ຕ້ອງຈ່າຍຄືນໃນເດືອນ ກໍລະກົດ ປີນີ້ ມູນຄ່າ 1 ຕື້ໂດລາສະຫະລັດ.
![](https://kkklao.com/wp-content/uploads/2022/04/565000003681701.jpg)
ທີ່ມາ: reuters, https://laopost.com/ສີລັງກາ-ປະກາດເປັນປະເທດລ/
Discussion about this post