ມີຫຍັງກັນກ່ອນການເປັນຜົວເມຍຫຼືກ່ອນການແຕ່ງດອງ ຜິດກົດໝາຍ ຫຼື ບໍ່?- ຕາມກົດໝາຍແລ້ວ ຖ້າຫາກວ່າຍິງ ແລະ ຊາຍ ໄດ້ພົ້ນກະສຽນອາຍຸ 18 ປີຂື້ນໄປແລ້ວໄດ້ມີຫຍັງກັນກ່ອນແຕ່ງ ກໍຖືວ່າບໍ່ໄດ້ຜິດ, ກົດໝາຍລາວເຮົາບໍ່ໄດ້ກຳນົດວ່າຫ້າມມີຫຍັງກັນຖ້າຍັງບໍ່ໄດ້ແຕ່ງງານ ພຽງແຕ່ກຳນົດວ່າ

ເມື່ອມີຫຍັງກັນແລ້ວຖ້າຝ່າຍຊາຍບໍ່ເອົາຝ່າຍຍິງເປັນເມຍ ຝ່າຍຊາຍຕ້ອງໄດ້ເສຍຄ່າຟື້ນຟູ, ປົວແປງຈິດໃຈ, ຄ່າທຳຂວັນ ໃຫ້ແກ່ຝ່າຍຍິງຕາມຮີດຄອງປະເພນີ ແຕ່ຖ້າຝ່າຍຍິງເອງເປັນຜູ້ບໍ່ເອົາຝ່າຍຊາຍເປັນຜົວ ກໍ່ຈະບໍ່ມີການເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນແຕ່ຢ່າງໃດ… ຕາມມາດຕາ 149 ຂອງປະມວນກົດໝາຍແພ່ງ.

ແຕ່ສິ່ງທີ່ຄວນລະວັງ ກ່ຽວກັບບັນຫາການຮ່ວມເພດກັນນີ້ ທີ່ຈະພາໃຫ້ມີຄວາມຜິດທາງກົດໝາຍອາຍາ ກໍ່ຄື:
1. ຮ່ວມເພດກັບຍິງ ຫຼື ຊາຍທີ່ຍັງບໍ່ທັນພົ້ນກະສຽນອາຍຸ ແນ່ນອນ ເມື່ອບຸກຄົນໃດໄດ້ຮ່ວມເພດກັບເດັກຍິງ ຫຼື ເດັກຊາຍທີ່ມີອາຍຸຕ່ຳກວ່າ 18 ປີລົງມາ ຖືວ່າມີຄວາມຜິດໃນສະຖານ ການທຳຊຳເລົາເດັກ ເຖິງວ່າຈະເປັນການມັກຮັກກັນ ຫຼື ສົມຍອມກໍ່ຕາມ ເມື່ອຄອບຄົວຂອງເດັກນັ້ນບໍ່ພໍໃຈ ແລະ ໄດ້ໄປຮ້ອງຟ້ອງ ກໍ່ຈະຖືກລົງໂທດຕາມມາດຕາ 250 ຂອງປະມວນກົດໝາຍອາຍາ;
2.ການໃຊ້ເລ່ລ່ຽມເພື່ອມີເພດສຳພັນ (ມາດຕາ251 ຂອງປະມວນກົດຫມາຍອາຍາ);
3.ການທ່ອງທ່ຽວທາງເພດເດັກ (ມາດຕາ 262 ຂອງປະມວນກົດໝາຍອາຍ
Discussion about this post