ທ່ານ ຄໍາຫລ້າ ສຸນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ເຖິງແມ່ນວ່າຈະຢູ່ໃນສະພາບການແຜ່ລະບາດຂອງ ພະ ຍາດໂຄວິດ-19 ກໍຕາມ, ແຕ່ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຜ່ານລະບົບອິນເຕີເນັດ ກໍຍິ່ງມີບົດບາດ ແລະ ຄວາມສຳຄັນໃນຊີວິດປະຈຳວັນຂອງສັງຄົມເຮົາ ເພາະເຮັດໃຫ້ພວກເຮົາຢູ່ໃນໂລກສາມາດສື່ສານກັນໄດ້ຢ່າງສະດວກ ແລະ ວ່ອງໄວ ບໍ່ວ່າຈະເປັນການເຂົ້າເຖິງຂໍ້ມູນ ການເຜີຍແຜ່ຂໍ້ມູນຂ່າວສານຜ່ານທາງເວັບໄຊ ການເຮັດທຸລະກຳທາງການເງິນ ການສົ່ງຂໍ້ຄວາມພາບ-ສຽງ ຫລື ການຈັດປະ ຊຸມອອນລາຍ ລ້ວນແລ້ວແຕ່ສ້າງຜົນປະໂຫຍດ ແລະ ລາຍຮັບ ໃຫ້ແກ່ຜູ້ຊົມໃຊ້ ລວມໄປເຖິງຫົວໜ່ວຍທຸລະກິດຕ່າງໆ ທີ່ນຳໃຊ້ນຳເຄື່ອງມືໄອຊີທີເຂົ້າໃນການບໍລິການ.

ທ່ານ ຄໍາຫລ້າ ສຸນນະລັດ ໃຫ້ຮູ້ຕື່ມວ່າ: ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ສາມາດຫລີກລ້ຽງບັນຫາໄພຄຸກຄາມ ຫລື ການຂົ່ມຂູ່ທີ່ເກີດຂຶ້ນທາງອິນເຕີເນັດ/ໄຊເບີ ຢູ່ໃນພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການເຈາະລະບົບເຄືອຂ່າຍ, ການເຈາະລົບຖານຂໍ້ມູນສໍາຄັນ, ການແຜ່ກະຈາຍໂປຣແກຣມປະສົງຮ້າຍ,
ການໂຈລະກໍາຂໍ້ມູນທາງດ້ານການເງິນ, ການປອມແປງ ຫລື ປັບປ່ຽນ ໜ້າຕາເວັບໄຊ, ການຫລອກລວງທາງສື່ສັງຄົມອອນລາຍ ແລະ ອີເມວ, ການເຜີຍແຜ່ຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ ເປັນຕົ້ນການໂຈມຕີທາງໄຊເບີ ທີ່ເຮັດໃຫ້ລະບົບພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ ບໍ່ສາມາດໃຫ້ບໍລິການໄດ້ ເຊິ່ງບັນຫາເຫລົ່ານີ້ ໄດ້ສ້າງຄວາມເສຍຫາຍທາງດ້ານຊື່ສຽງ ແລະ ຊັບສິນຂອງບຸນຄົນ, ນິຕິບຸກຄົນ ລວມໄປເຖິງອົງການຈັດຕັ້ງຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ.

ສະນັ້ນ, ການໃຫ້ຄວາມຮູ້ກ່ຽວກັບ ການຮັກສາຄວາມປອດໄພໄຊເບີ ແກ່ສັງຄົມ ແລະ ການຍົກລະ ດັບຄວາມຮູ້ທາງດ້ານເຕັກນິກວິຊາການຂອງຂະແໜງການຕ່າງໆ ພ້ອມທັງການແລກປ່ຽນຄວາມຮູ້ ແລະ ປະສົບການໃນດ້ານນະໂຍບາຍດັ່ງກ່າວ ເພື່ອຈະນໍາເອົາມາປັບໃຊ້ເຂົ້າໃນການພັດທະນາອົງກອນຂອງຕົນ ກໍຍິ່ງມີຄວາມຈຳເປັນໃນການລິເລີ່ມ ແລະ ພັດທະນາໄປເລື້ອຍໆ ເພື່ອໃຫ້ສາມາດຮັບມື ແລະ ແກ້ໄຂ ຕໍ່ກັບໄພຄຸກຄາມທາງໄຊເບີໃນແຕ່ລະໄລຍະໄດ້.
ຂ່າວ: ມະນີທອນ, ຂໍ້ມູນ: ກະຊວງ ຕສ
Discussion about this post