ຕາມຂ່າວຈາກ ອັບຟຣິກາໃຕ້,ວັນທີ18ເມສານີ້,ໜ່ວຍງານກູ້ໄພ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງຊອກຫາ ຜູ້ສູນຫາຍ ປະມານ 63ຄົນ ໃນແຂວງ ກວາຊູລູ-ນາທັລ(KwaZulu-Natal)ຂອງອາຟຣິກາໃຕ້
![](https://kkklao.com/wp-content/uploads/2022/04/1-21.jpg)
ຫລັງຈາກ ຝົນຕົກໜັກ ຕິດຕໍ່ກັນ ຫລາຍວັນ ຈົນເກີດ ນ້ຳຖ້ວມ ແລະ ດິນເຈື່ອນ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 443ຄົນ ແລະ ບໍ່ມີທີ່ຢູ່ອາໄສ ອີກຫລາຍ ພັນຄົນ ລວມທັງ ລະບົບໄຟຟ້າ ແລະ ນ້ຳປະປາ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ.
![](https://kkklao.com/wp-content/uploads/2022/04/2-21.jpg)
ຂະນະນີ້ ທ່ານ Cyril Ramaphosa,ປະທານາທິບໍດີ ອາຟຣິກາໃຕ້ ເລັ່ງໃຫ້ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກໄພພິບັດ ໃນຄັ້ງນີ້ ຢ່າງຮີບດ່ວນ.
![](https://kkklao.com/wp-content/uploads/2022/04/3-15.jpg)
ຮຽບຮຽງຂ່າວໂດຍ:ສະໄຫວ ລາດປາກດີ
Discussion about this post