ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທ່ານນາຍົກລັດຖະມົນຕີ ຄິມ ບູມ-ຍອມ (Kim Bu-gyeom) ປະກາດວ່າ ລັດຖະບານ ສ.ເກົາຫຼີ ຈະຍົກເລີກມາດຕະການບັງຄັບໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມທັງໝົດນັບຕັ້ງແຕ່ອາທິດເປັນຕົ້ນໄປ ແຕ່ຍັງຄົງໃຫ້ປະຊາຊົນໃສ່ຜ້າປິດປາກ-ດັງໃນຂະນະຢູ່ໃນທີ່ກາງແຈ້ງ ຫຼື ພາຍໃນຕຶກອາຄານຕໍ່ໄປອີກໄລຍະໜຶ່ງທ່າມກາງທ່າອ່ຽງການຕິດເຊື້ອທີ່ຫຼຸດລົງ.

ບົດລາຍງານລະບຸວ່າ ການຍົກເລີກມາດຕະການເວັ້ນໄລຍະຫ່າງທາງສັງຄົມຈະມີຜົນນັບຕັ້ງແຕ່ວັນນີ້ (18 ເມສາ) ເປັນຕົ້ນໄປ. ທາງດ້ານຮ້ານອາຫານ ແລະ ຮ້ານກາເຟຈະສາມາດດຳເນີນກິດຈະການໄດ້ຢ່າງອິດສະລະແບບບໍ່ມີຂໍ້ຈຳກັດເວລາໃນການໃຫ້ບໍລິການ ໂດຍພາຍໃຕ້ກົດຍົກເວັ້ນໄລຍະຫ່າງທາງສັງຄົມທີ່ບັງຄັບໃຊ້ໃນຂະນະນີ້ ຂະນະທີ່ພາກທຸລະກິດດັ່ງກ່າວໄດ້ຮັບອະນຸຍາດໃຫ້ເປີດໄດ້ບໍ່ເກີນທ່ຽງຄືນ. ການຍົກເລີກຂໍ້ຈຳກັດເວັ້ນໄລຍະຫ່າງນີ້ຖືວ່າເປັນການຍົກເລີກຄັ້ງທຳອິດນັບຕັ້ງແຕ່ພະຍາດໂຄວິດ-19 ເລີ່ມລະບາດໃນ ສ.ເກົາຫຼີ.

ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ ກ່າວວ່າ ການແຜ່ລະບາດຂອງພະຍາດໄວຣັສໂອໄມຄຣອນມີທ່າອ່ຽງຫຼຸດລົງ ຫຼັງຈາກເຄີຍຢູ່ທີ່ຈຸດສູງທີ່ສຸດໃນອາທິດທີ 3 ຂອງເດືອນມີນາ ອີກຢ່າງໜຶ່ງລັດຖະບານຈະປຶກສາຫາລືກັນວ່າຈະຍົກເລີກຂໍ້ກຳນົດໃນການໃສ່ຜ້າປິດປາກ-ດັງເມື່ອຢູ່ໃນທີ່ກາງແຈ້ງ ຫຼື ບໍ່ ໂດຍຈະປະເມີນສະຖານະການການຕິດເຊື້ອອີກຄັ້ງໃນ 2 ອາທິດຂ້າງໜ້າ.
ຂະນະດຽວກັນ, ນອກຈາກຍົກເລີກມາດຕະການເວັ້ນໄລຍະຫ່າງແລ້ວ ນັບແຕ່ວັນທີ 25 ເມສານີ້ເປັນຕົ້ນໄປ ລັດຖະບານຈະອະນຸຍາດໃຫ້ມີການຮັບປະທານອາຫານຂະນະທີ່ເບິ່ງຮູບເງົາໄດ້ ອະນຸຍາດໃຫ້ສະຖານທີ່ອອກກຳລັງກາຍໃນຮົ່ມກັບມາເປີດບໍລິການປົກກະຕິ ແລະ ອະນຸຍາດໃຫ້ມີການຈັດກິດຈະກຳທາງສາສະໜາໄດ້.

ເມື່ອເດືອນພະຈິກ 2021 ທີ່ຜ່ານມາ ລັດຖະບານໃນນະຄອນຫຼວງເຊອຸນໄດ້ນຳສະເໜີແນວຄວາມຄິດເລີ່ມກັບສູ່ພາວະປົກກະຕິ ໂດຍລັດຖະບານເລີ່ມຜ່ອນຄາຍຫຼາຍກົດຄຸມເຂັ້ມນັບຕັ້ງແຕ່ເດືອນພະຈິກ 2021 ທີ່ຜ່ານມາ ແຕ່ຕ້ອງມາຢຸດສະງັກເມື່ອພົບກັບໄວຣັສສາຍພັນໂອໄມຄຣອນ ໂດຍອີງຕາມຂໍ້ມູນຈາກສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດ ສ.ເກົາຫຼີ ລາຍງານວ່າ ໃນອາທິດທີ່ຜ່ານມາ ມີຜູ້ຕິດເຊື້ອລາຍໃໝ່ 125.846 ຄົນ ສົ່ງຜົນໃຫ້ມີຈຳນວນຜູ້ຕິດເຊື້ອສະສົມລວມທັງໝົດ 16.104.869 ຄົນ.
Discussion about this post