ເກີດເຫດ ໄຟໃໝ້ເຮືອນປະຊາຊົນ ບ້ານທົ່ງໂກະ ເມືອງເລົ່າງາມໝົດຫຼັງ ແຕ່ໂຊກດີບໍ່ມີຜູ້ເສຍຊີິວິດ.

ອີງຕາມການລາຍງານເບື້ອງຕົ້ນຂອງເຈົ້າຂອງເຮືອນ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງໃຫ້ຮູ້ວ່າ: ໃນເວລາຕອນເຊົ້າປະມານ 3:30ໂມງ ວັນທີ 15 ເມສາ 2022ໄດ້ເກີດເຫດອັກຄີໄຟ (ໄຟໃໝ້) ເຮືອນ ທ້າວ ວັນນາ ອາຍຸ 36 ປີ ປະຊາຊົນ

ບ້ານທົ່ງໂກະ ເມືອງເລົ່າງາມ ແຂວງສາລະວັນ ເຊິ່ງເປັນເຮືອນ 2 ຊັ້ນ, ຊັ້ນເທິງແອ້ມດ້ວຍແປ້ນ ມຸງກະເບື້ອງ ພາຍຫຼັງເກີດເຫດອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນໄດ້ພ້ອມກັນຊ່ວຍເຫຼືອມອດໄຟ ແລະ ປະສານຫາລົດດັບເພີງ ແຕ່ໄຟໄດ້ລຸກໃໝ້ຮຸນແຮງຈົນຊ່ວຍເຫຼືອໄວ້ບໍ່ທັນ

ເຮັດໃຫ້ເຮືອນທ້າວ ວັນນາ ເສຍຫາຍໃໝ້ໝົດຫຼັງ ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ ພ້ອມນັ້ນລົດຮຸນໄດ 1 ຄັນ, ລົດຈັກ 5 ຄັນ ແລະ ເຄື່ອງໃຊ້ຄົວເຮືອນຕ່າງໆກໍ່ຖືກໄຟໄໝ້ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ198,000,000 ລ້ານກີບ.

ຕໍ່ກັບເຫດການດັ່ງກ່າວອໍານາດການປົກຄອງບ້ານ, ເມືອງເລົ່າງາມ ກໍ່ຄືອໍານາດການປົກຄອງແຂວງໄດ້ປະສານ ແລະ ເລັ່ງໃຫ້ການຊ່ວຍເຫຼືອເບື້ອງຕົ້ນປະເພດເຄື່ຶອງອຸປະໂພກ, ບໍລິໂພກໂດຍດ່ວນ. ແລະໃນຕອນບ່າຍຂອງວັນທີ 15 ເມສາ 2022 ນີ້ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຕາງໜ້າໃຫ້ອໍານາດການປົກຄອງແຂວງໄດ້ມອບເງິນສົດ 5.000.000 ກີບ ແລະ ເຂົ້າສານອາຫານແຫ້ງຈຳນວນໜຶ່ງ

ລວມມູນຄ່າ 6.500.000ກີບໃຫ້ກັບຄອບຄົວຜູ້ທີ່ໃດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ ໂດຍມີ ທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງໆເລົ່າງາມ, ທ່ານ ຈັນເພັງ ສາຍທໍາມະວົງ ຫົວໜ້າຫ້ອງວ່າການແຂວງສາລະວັນ ພ້ອມດ້ວຍຕາງໜ້າຫ້ອງການທີ່ກ່ຽວຂ້ອງຂອງແຂວງ ແລະເມືອງ, ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໂອກາດດັ່ງກ່າວທ່ານຮອງເລຂາພັກແຂວງໄດ້ສະແດງຄວາມເສຍໃຈຕໍ່ເຫດການອັນບໍ່ເພິ່ງປາຖະໜາໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄອບຄົວຜູ້ທີ່ຖືກເຄາະຮ້າຍຈົ່ງມີສະຕິ ແລະສືບຕໍ່ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ ແລະຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຈົ່ງມີຄວາມສາມັກຄີອູ້ມຊູຊ່ວຍເຫຼືອເພື່ອເຮັດໃຫ້ຄອບຄົວທີ່ໃດ້ຮັບຜົນກະທົບກັບມາໄຊ້ຊີວິດແບບປົກກະຕິໂດຍໄວ.

ໂດຍ: ກິນດາວັນ ອ້ວນນາຄູ salavannewspaper
Discussion about this post