ກະຊວງສາທາລະນະສຸກ ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ໃຫ້ຕິດຕາມສຸຂະພາບຕົນເອງຢ່າງຕໍ່ເນື່ອງຫລັງຈາກການສໍາເລັດສະເຫີມສະຫລອງສົ່ງທ້າຍປີເກົ່າ ພສ 2564, ຕ້ອນຮັບປີໃໝ່ລາວ ພສ 2565 ເພື່ອປ້ອງກັນພະ ຍາດໂຄວິດ-19 ເຊີ່ງຄາດວ່າຈໍານວນຜູ້ຕິດເຊື້ອໃນແຕ່ລະທ້ອງຖິ່ນທົ່ວປະເທດຈະເພີ່ມຂຶ້ນເປັນຈໍານວນຫລວງຫລາຍ
![](https://kkklao.com/wp-content/uploads/2022/04/3-10.jpg)
ພາຍຫລັງການສະຫລອງປີໃໝ່ລາວ ຄາດຄະເນວ່າຈະມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຈໍານວນຫລວງຫລາຍໃນແຕ່ລະແຂວງທົ່ວປະເທດ. ທຸກຄົນຕ້ອງຕິດຕາມສຸຂະພາບ ຫລື ອາການຂອງຕົນ, ຖ້າມີອາການໄຂ້, ໄອ, ຫາຍໃຈຟືດ ຫຼື ຫາຍໃຈບໍ່ສະດວກ, ລວມເຖີງອາການຕ່າງໆ ທີ່ເຂົ້າກັບນິຍາມການຕິດເຊື້ອພະຍາດດັ່ງກ່າວ ໃຫ້ຮີບຮ້ອນໄປກວດຫາເຊື້ອ ຫລື ໄປພົບແພດ ເພື່ອສາມາດຊ່ວຍກອບກູ້ຊິວິດໃຫ້ທັນເວລາຖ້າຫາກມີອາການຮ້າຍແຮງເກີດຂຶ້ນ. (ດຣ ຣັດຕະນະໄຊ ເພັດສຸວັນ)
![](https://kkklao.com/wp-content/uploads/2022/04/1-14-1024x732.jpg)
ຜູ້ໃດທີ່ສົງໃສວ່າຕິດເຊື້ອພະຍາດດັ່ງກ່າວໃຫ້ໄປກວດຫາເຊື້ອຢູ່ບັນດາສະຖານທີ່ທີ່ຄະນະສະເພາະກິດກໍານົດໄວ້, ໃນນີ້ ສະເພາະຢູ່ບັນດາແຂວງ ສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້, ສ່ວນຢູ່ນະຄອນຫຼວງວຽງຈັນ ສາມາດໄປເກັບຕົວຢ່າງໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ). ນອກຈາກນີ້ ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງຕື່ມອີກ. ສໍາລັບຜູ້ໃດທີ່ນໍາໃຊ້ເຄື່ອງກວດແບບໄວ (COVID-19 Ag Rapid Dianostic Test ຫຼື ທີ່ເອີ້ນກັນວ່າ ATK ) ເມື່ອຮູ້ຜົນອອກມາວ່າຕິດເຊື້ອໃຫ້ແຈ້ງຕໍ່ຄະນະສະເພາະກິດທີ່ກ່ຽວຂ້ອງໂດຍດ່ວນ ເພື່ອຂຶ້ນທະບຽນໃຫ້ລະອຽດ ແລະ ຂໍຄໍາປຶກສາໃນການປິ່ນປົວຕົນເອງໃຫ້ຖືກຕ້ອງຕາມຫລັກການ.
ຂໍ້ມູນ: Lao Youth Radio
Discussion about this post