ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ກະຊວງການເງິນ ຮ່ວມກັບບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເພື່ອປຶກສາຫາລື ຊອກຫາວິທີການປະຄັບປະຄອງລາຄານໍ້າມັນບໍ່ໃຫ້ມີການເໜັງຕີງສູງເກີນໄປ ເພື່ອຮັກສາໄດ້ຕາມໂຄງສ້າງລາ ຄານໍ້າມັນເຊື້ອໄຟຄັ້ງວັນທີ 10/3/2022.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 6 ເມສາ ນີ້ ທີ່ກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໂດຍມີບັນດາກົມກ່ຽວຂ້ອງຈາກສອງກະຊວງດັ່ງກ່າວ, ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.

ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ສະເໜີບາງວິທີວ່າ: ລັດຖະບານມີທິດທາງທີ່ຈະຊ່ວຍໜູນໃຫ້ຜູ້ປະກອບການ ແລະ ສັງຄົມ ກໍຄື ປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນສູງກວ່ານີ້ ໂດຍຢາກຮັກສາລາຄາໃນວັນທີ 10/3/2022 ເປັນລາຄາຂາຍໜ້າປໍ້າ ຊຶ່ງລັດຖະບານຈະສະໜັບສະໜູນຜູ້ປະກອບການຕ່າງຫາກ ໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ.

ສ່ວນອີກວິທີໜຶ່ງ ແມ່ນການປັບຫຼຸດອາກອນຊົມໃຊ້ລົົງ 50% ຕົວຢ່າງຄື ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະຫຼຸດລົງເຫຼືອປະມານ 11%, ອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຢູ່ທີ 31% ຈະລົງປະມານ 16%…. ແຕ່ຖ້າຫາກການເໜັງຕີງຂອງລາຄາເພີ່ມຂຶ້ນສູງຫຼາຍ ກໍອາດຈະບໍ່ຄິດໄລ່ອາກອນຊົມໃຊ້ເລີຍ ແຕ່ທັງນີ້ທັງນັ້ນ ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດເສຍກ່ອນ.
ຂໍ້ມູນ: ປະຊາຊົນ
Discussion about this post