ຣອຍເຕີ ລາຍງານໃນວັນທີ 5 ເມສາ 2022 ເກີດເຫດລົດກະບະ ຜ່າໄຟແດງ ແລ້ວຕຳເຂົ້າກັບຂະບວນລົດໄຟ ໃນຂະນະທີ່ກຳລັງແລ່ນຜ່ານທາງແຢກໃນເມືອງໄມເຊນ ທາງຕອນໃຕ້ຂອງປະເທດຮັງກາຣີ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ

ເຊິ່ງເປັນຜູ້ໂດຍສານໃນລົດກະບະ ແລະ ໄດ້ຮັບບາດເຈັບ 10 ກວ່າຄົນເປັນຜູ້ໂດຍສານໃນລົດໄຟ ໃນນີ້ອາການສາຫັດ 2 ຄົນ

ເຫດການດັ່ງກ່າວເຮັດໃຫ້ລົດກະບະໄດ້ຮັບຄວາມເສຍຫາຍຢ່າງໜັກ ສ່ວນລົດໄຟຖືກແຮງກະແທກຈາກການຕຳຂອງລົດກະບະ ຈົນເຮັດຕູ້ລົດໄຟ 1 ຕູ້ໄຫຼຕົກລາງ ແລະ ພິກຂວໍ່າລົງຂ້າງທາງ

Discussion about this post