ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະຫວັນນະເຂດ ຍືດ ແລະ ທຳລາຍ ຊີ້ນໝູແຊ່ແຂງທີ່ນຳເຂົ້າບໍ່ຖືກຕ້ອງ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 3, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໄດ້ຢຶດ ແລະ ທຳລາຍ ສິນຄ້ານຳເຂົ້າ ປະເພດ ສີ້ນສ່ວນໝູແຊ່ແຂງ 477 ກິໂລ.

ວັນທີ 31 ມີນາ 2022 ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານຊອກ ນະຄອນ ໄກສອນ ພົມວິຫານ, ທາງຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ສົມທົບກັບພາກສ່ວນກ່ຽວຂ້ອງໄດ້ ທໍາລາຍສິນຄ້າຫ້າມນໍາເຂົ້າ ໂດຍມີ ທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ,ທ່ານ ອຸ່ນຄຳ ຜິວພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ນະຄອນ ໄກສອນພົມວິຫານ ,ທ່ານ ພັທ ທອງດຳ ເລື່ອນແສນດີ ຫົວໜ້າກອງບັນຊາການ ປກຊ ນະຄອນ,ມີ ພະນັກງານວິຊາການ ສາຍກວດ , ເຈົ້າໜ້າທີ່ກະສິກຳແລະປ່າໄມ້ນະຄອນເຂົ້າຮ່ວມ.

ທ່ານ ພູສອນ ຫົວໜ້າຈຸສາຍກວດ ຂອງຫ້ອງການກະສິກຳແລະປ່າໄມ້ ນະຄອນໄກສອນພົມວິຫານ ໄດ້ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 31 ມີນາ 2022 ເຈົ້າໜ້າທີ່ກະສິກຳ ແລະປ່າໄມ້ນະຄອນ ໄດ້ລົງກວດກາໃນຕະຫລາດສະຫວັນໄຊ ໄດ້ຢຶດສິນຄ້າ ຫ້າມການນຳເຂົ້າ ປະເພດສີ້ນສ່ວນໝູ ແຊ່ແຂງ ມາແຕ່ ສສ ຫວຽດນາມ ໂດຍບໍ່ຖືກຕ້ອງ ທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ ນໍ້າໜັກ 477 ກິໂລໃນນັ້ນມີ: ຊີ້ນໜູ 227 ກິໂລ,ຕັບ 30 ກິໂລ,ໜັງໝູ52 ກິໂລ,ປອດໝູ 35 ກິໂລ,ກະດູກຂ້າງ60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ ເຊິ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ,ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ

ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາສິນຄ້າ ແລ້ວນໍາໄປທໍາລາຍຖິ້ມ ເພື່ອຮັບປະກັນບໍ່ໃຫ້ຈໍາໜ່າຍສິນຄ້າດັ່ງກ່າວ ທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ການທໍາລາຍສີ້ນສ່ວນ ໝູແຊ່ແຂງໃນຄັ້ງນີ້ ເພື່ອປ້ອງກັນ, ສະກັດກັ້ນພະຍາດອະຫິວາໝູ ອາຟຣິກາ ທີ່ກໍາລັງລະບາດບໍ່ໃຫ້ແຜ່ລາມ, ເຊິ່ງເປັນສິນຄ້າປະເພດ ຫ້າມເຄື່ອນຍ້າຍສັດ-ຜະລິດຕະພັນຊີ້ນໝູ ເຂົ້າມາພາຍໃນແຂວງ ກໍ່ຄືນະຄອນ ໄກສອນ ພົມວິຫານ.

ທີ່ມາ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ

ShareTweetShare
Next Post
ສາວສຸດທໍ້ ຫາເງິນສົ່ງນ້ອງຮຽນຕໍ່ອາເມລິກາ ແຕ່ພໍບໍ່ໄຫວ ພໍ່ແມ່ກັບຕັດຂາດ ດ່າອະກະຕັນຍູ

ສາວສຸດທໍ້ ຫາເງິນສົ່ງນ້ອງຮຽນຕໍ່ອາເມລິກາ ແຕ່ພໍບໍ່ໄຫວ ພໍ່ແມ່ກັບຕັດຂາດ ດ່າອະກະຕັນຍູ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...