ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສາວສຸດທໍ້ ຫາເງິນສົ່ງນ້ອງຮຽນຕໍ່ອາເມລິກາ ແຕ່ພໍບໍ່ໄຫວ ພໍ່ແມ່ກັບຕັດຂາດ ດ່າອະກະຕັນຍູ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 3, 2022
in ທົ່ວໄປ
0
Home ທົ່ວໄປ

ເມື່ອໄວໆນີ້ ຍິງສາວຊາວຫວຽດນາມ ຜູ້ໃຊ້ບັນຊີຕິ໊ກຕ໊ອກ ໄດ້ໂພສຄິບວິດີໂອເວົ້າຫົວຂໍ້ກ່ຽວກັບພໍ່ແມ່ຊາວອາຊີ ໂດຍເລົ່າລະບາຍຄວາມອັດອັ້ນຈາກປະສົບການບ່ອນທີ່ພົບທັງນ້ຳຕາ ເຜີຍວ່າລາວຖືກພໍ່ແມ່ຕັດຂາດ ເຫດຍ້ອນວ່າລາວບໍ່ສາມາດຈ່າຍເງິນຄ່າສິ້ນເປືອງໃຫ້ກັບນ້ອງສາວທີ່ໄປຮຽນໃນສະຫະລັດອາເມລິກາໄດ້ອີກຕໍ່ໄປ ຕັ້ງແຕ່ເມື່ອ 3 ປີກ່ອນ ລາວເປັນຄົນຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆໃຫ້ນ້ອງສາວ ໄປໃຊ້ຊີວິດຢູ່ທີ່ນັ້ນ ທັງຄ່າຮຽນ ຄ່າກິນຢູ່ ດ້ວຍເຫດທີ່ວ່າລາວເປັນເອື້ອຍກົກຂອງຄອບຄົວ

ແຕ່ວ່ານ້ອງສາວກັບບໍ່ເຄີຍເຫັນໃຈລາວ ກົງກັນຂ້າມນ້ອງສາວຍັງໄຮ້ຄວາມຮັບຜິດຊອບເລື່ອງເງິນ ລາວຕ້ອງຈ່າຍເງິນຊຳລະໜີ້ໃຫ້ນ້ອງສາວທີ່ຕິດໝູ່ ລວມທັງຄ່າຊັອບປິ້ງ ຄ່າອາຫານ ຄ່າທ່ຽວພັບບາໄນຄັບ ລາວຮູ້ສຶກວ່າມັນສຸດທົນຫຼາຍ ຈົນມື້ນີ້ທີ່ລາວເຫຼືອອົດ ເພາະນ້ອງສາວຂອງລາວເອົາບັດເຄດິດຂອງລາວໄປຈ່າຍຊັອບປິ້ງຕາມອຳເພີໃຈ 500 ໂດລາ

ຍິງສາວກ່າວວ່າ ລາວພໍແລ້ວ ຖ້ານ້ອງສາວຢາກຈະຢູ່ໃນອາເມລິກາຕໍ່ ລາວຕ້ອງພິຈາລະນາຕົວເອງແລະຈັດການຕົວເອງ ແຕ່ຜົນປະກົດວ່າລາວຖືກຄອບຄົວຕໍ່ວ່າ ຫາວ່າຂີ້ງົກ ແລະອະກະຕັນຍູ ລາວມາຢູ່ຈຸດນີ້ໄດ້ກໍ່ເພາະຄອບຄົວ ຕອນນີ້ກໍ່ເຖິງເວລາທີ່ລາວຕ້ອງຕອບແທນ ໃຫ້ຄອບຄົວແດ່ ເປັນຄວາມຮັບຜິດຊອບຂອງລາວທີ່ຕ້ອງດູແລພໍ່ແມ່ ແລະ ນ້ອງສາວ ເຮັດໃຫ້ຕອນນີ້ລາວກາຍເປັນກະເປົ໋າເງິນຂອງຄອບຄົວ ທັງຈ່າຍເງິນກະສຽນໃຫ້ພໍ່ແມ່ ແລະເປັນທຶນການສຶກສາໃຫ້ນ້ອງສາວ

ລາວຮູ້ສຶກສິ້ນຫວັງເໝືອນຕິດກັບໄປໃສບໍ່ໄດ້ ກາຍເປັນວ່າລາວກາຍເປັນຄົນທໍລະຍົດຕໍ່ວັດທະນະທຳແລະຄອບຄົວຕົວເອງ ເພາະການຄາດຫວັງທີ່ຈະໃຫ້ລາວຕ້ອງກະຕັນຍູ ຕອບແທນບຸນຄຸນດ້ວຍການລ້ຽງດູຄອບຄົວ ລາວສາມາດເຮັດໃຫ້ໄດ້ ແຕ່ມັນກາຍເປັນວ່າບໍ່ມີຂອບເຂດ ມັນເກີນຈຸດທີ່ລາວຈະຮັບໄຫວ ລາວເປັນພຽງກະເປົ໋າເງິນແທ້ໆ

ພາຍຫຼັງຈາກຄິບວິດີໂອຂອງລາວຖືກໂພສໄປເທິງໂຊຊຽວມີເດຍໄດ້ພຽງບໍ່ດົນກໍ່ໄດ້ຮັບຄວາມສົນໃຈຢ່າງວ່ອງໄວແລະກາຍເປັນໄວຣັສ ມີຜູ້ເຂົ້າໄປຊົມຫຼາຍກ່ວາ 10 ລ້ານວິວ ແລະ ກົດຖືກໃຈເຖິງ 1.9 ລ້ານຄັ້ງ ຫຼາຍຄົນເຂົ້າໄປຄອມເມັ້ນສະແດງຄວາມເຫັນໃຈແລະເປັນກຳລັງໃຈໃຫ້ລາວ

ມັນຕ່າງກັນເນາະ ລະຫວ່າງການດູແລຄອບຄົວ ກັບການຖືກເອົາປຽບ ຂີດເສັ້ນແບ່ງໃຫ້ຊັດເຈນ ແລະເຮັດໃຫ້ລາວຮັບຜິດຊອບຄ່າໃຊ້ຈ່າຍທີ່ລາວເລືອກເອງ

ShareTweetShare
Next Post
ບໍ່ທຳມະດາ ເຜີຍຄ່າເກີດ ນ້ອງແອບິເກລ ລູກສາວຊົມພູ່

ບໍ່ທຳມະດາ ເຜີຍຄ່າເກີດ ນ້ອງແອບິເກລ ລູກສາວຊົມພູ່

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...