ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 15, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອະນາຄົດປະເທດລາວ! ຈະຫັນເປັນເສດຖະກິດດິຈິຕອນ, ຄຸ້ມຄອງລາຍຈ່າຍເປັນດິຈິຕອນ ແລະ ຫັນເປັນລັດຖະບານດິຈິຕອນ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 28, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 25 ມີນາ 2022 ນີ້, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ (2016-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄຄອຊ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກທຸກພາກສ່ວນໃນຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນ ຫົວໜ້າກອງເລຂາ ຄຄອຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດວຽກງານຂອງ ຄຄອຊ ມີຫຼາຍໜ້າວຽກໄດ້ຮັບການພັດທະນາ, ຫັນເປັນທັນສະໄໝ ແລະ ປະສົບຜົນສຳເລັດໃນຫຼາຍດ້ານ, ອັນພົ້ນເດັ່ນແມ່ນການຂຶ້ນທະບຽນເລກໝາຍໂທລະສັບ ເຊິ່ງໄດ້ກາຍເປັນພື້ນຖານໃຫ້ແກ່ຫຼາຍວຽກງານ ເປັນຕົ້ນແມ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການທະນາຄານທັນສະໄໝ, ວຽກງານການຫັນເປັນດິຈິຕອນ. ນອກນັ້ນ, ຄະນະ ຄຄອຊ ຍັງໄດ້ເອົາໃຈໃສ່ພິເສດ ໃນວຽກງານຄຸ້ມຄອງຫາງສຽງໃນສື່ສັງຄົມອອນລາຍ ເພື່ອຮັບປະກັນໄດ້ຄວາມສະຫງົບສຸກຢູ່ໃນສັງຄົມ ໂດຍສະເພາະແມ່ນບັນດາຫາງສຽງທີ່ສ້າງຂຶ້ນໂດຍກຸ່ມຄົນທີ່ບໍ່ດີ ທີ່ຫວັງສ້າງຄວາມປັ່ນປ່ວນໃນສັງຄົມ ແລະ ໃສ່ຮ້າຍປ້າຍສີ ຕໍ່ຕ້ານການນຳພາຂອງພັກ-ລັດ ແລະ ບັນດາຂ່າວທີ່ບໍ່ມີມູນຄວາມຈິງ ເຜີຍແຜ່ລົງອິນເຕີເນັດ ເຊິ່ງມີຜົນກະທົບໂດຍກົງຕໍ່ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ສຳລັບທິດທາງໃນຕໍ່ໜ້າ ຄຄອຊ ໄດ້ວາງທິດທາງແຜນການຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຊີ້ນຳ ແລະ ປະສານງານກັບກະຊວງ ແລະ ອົງການຕ່າງໆ ກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍຈະສຸມໃສ່ການສ້າງແລະປັບປຸງ ບັນດານິຕິກຳທີ່ຈຳເປັນ

ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອສົ່ງເສີມແລະພັດທະນາ ໂຄງລ່າງພື້ນຖານທາງເຕັກໂນໂລຊີດິຈິຕອນ, ການຕິດຕາມກວດກາ ແລະ ຕອບຕ້ານຫາງສຽງໃນສື່ສັງຄົມອອນລາຍ, ການຫັນເປັນລັດຖະບານດິຈິຕອນ, ການຫັນເປັນເສດຖະກິດດິຈິຕອນ, ການຫັນການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍເປັນດິຈິຕອນ ແລະ ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ.

ShareTweetShare
Next Post
ພາກພູມໃຈທີ່ລູກຮຽນບໍ່ເກັ່ງ ເຖິງແມ່ຈົບໂທ ພໍ່ຈົບດັອກເຕີ້

ພາກພູມໃຈທີ່ລູກຮຽນບໍ່ເກັ່ງ ເຖິງແມ່ຈົບໂທ ພໍ່ຈົບດັອກເຕີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ

    ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...