ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພາກພູມໃຈທີ່ລູກຮຽນບໍ່ເກັ່ງ ເຖິງແມ່ຈົບໂທ ພໍ່ຈົບດັອກເຕີ້

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 29, 2022
in ທົ່ວໄປ
0
Home ທົ່ວໄປ

ເມື່ອບໍ່ນານມານີ້ເວັບໄຊ້ຕ່າງປະເທດໄດ້ນຳສະເໜີເລື່ອງລາວຂອງຊາວເນັດທ່ານໜຶ່ງ ໂດຍເລື່ອງລາວມີຢູ່ວ່າ ລູກຊາຍຂ້ອຍບໍ່ເກັ່ງເລກ ແຕ່ເຂົາເຮັດອາຫານແຊບ ຂຽນຮຽງຄວາມບໍ່ໄດ້ເລື່ອງແຕ່ກະຕັນຍູຕໍ່ພໍ່ແມ່ ໃຜໆກໍ່ຕ່າງຢາກລ້ຳລວຍປະສົບຄວາມສຳເລັດມີຊື່ສຽງ ໜ້າເສຍດາຍ 90% ຂອງຜູ້ຄົນເປັນຄົນທຳມະດາໃນໂຮງຮຽນມີເດັກນ້ອຍສອງປະເພດທີ່ຄູຈະຈື່ໄດ້ແມ້ນຄື ຮຽນເກັ່ງກັບຮຽນບໍ່ເກັ່ງ ຜູ້ປົກຄອງຂອງນັກຮຽນທີ່ຮຽນດີ ທຸກຄັ້ງທີ່ໄປໂຮງຮຽນ ທຸກຄັ້ງທີ່ໄປໂຮງຮຽນກໍຈະຢືດຫຼາຍ ໃບໜ້າເຕັມໄປດ້ວຍຄວາມໝັ້ນໃຈ ແລະ ຄວາມພາກພູມໃຈ ແຕ່ໃນຖານະແມ່ຂອງນັກຮຽນທີ່ຮຽນອ່ອນ ທຸກຄັ້ງທີ່ໄປໂຮງຮຽນຂ້ອຍກໍ່ຈະແອບໄປນັ່ງມຸມໆ ຈົງໃຈໃສ່ເສື້ອຜ້າສີເຂັ້ມ ຍ້ານຜູ້ປົກຄອງຄົນອື່ນກັບຄູຈະສັງເກດເຫັນ ຕໍ່ມາເພື່ອໃຫ້ຜົນການຮຽນລູກທັນຄົນອື່ນ ຂ້ອຍກໍ່ເລີຍໄປສະໝັກຮຽນພິເສດໃຫ້ລູກ ຫຼາຍໂຕຫຼາຍບ່ອນ ເຖິງຂະໜາດຍອມເສຍເງິນໃຫ້ລູກຮຽນຕົວຕໍ່ຕົວແຕ່ກໍເທົ່ານັ້ນ ຜົນການຮຽນຂອງລູກກໍຍັງບໍ່ດີຂຶ້ນ ໃນທີ່ສຸດ ຂ້ອຍກໍຕ້ອງຍອມຮັບຄວາມຈິງອັນໜ້າຢ້ານນີ້ ລູກຂອງຂ້ອຍເປັນເດັກຮຽນທຳມະດາ ແລ້ວເຂົາເປັນເດັກດີ ເຊື່ອຟັງ ຂ້ອຍໃຫ້ເຂົາໄປຮຽນພິເສດ ເຂົາກໍ່ເຮັດຕາມຫນ້າທີ່ຢ່າງຈິງຈັງ ໜ້າຮ້ອນປີນັ້ນ ຂ້ອຍສະໝັກໃຫ້ລູກຮຽນພິເສດພາສາອັງກິດກັບເລກ ລູກບອກຂ້ອຍເອງວ່າລູກຂອງຂ້ອຍ ເຖິງແມ່ນວ່າຈະບໍ່ເກັ່ງເລກແຕ່ເຂົາມັກເຮັດອາຫານ ເປີດເບິ່ງຕຳລາເຮັດອາຫານທຸກເຫຼັ້ມທີ່ຂ້ອຍຊື່ມາ ຕອນນີ້ເຂົາພຽງອາຍຸ 10 ປີສາມາດເຮັດອາຫານໄດ້ແຊບຫຼາຍເມນູແລ້ວ ລູກຂອງຂ້ອຍ ເຖິງແມ່ນວ່າພາສາອັງກິດຈະບໍ່ໄດ້ເລື່ອງ ລືມວ່າຄຳສັບສະກົດແນວໃດຕະຫຼອດ ແຕ່ເຂົາເປັນຄົນຈິດໃຈດີ ເວລາເປີດປະຕູເຂົ້າອາຄານ ຖ້າເຂົາເຫັນວ່າດ້ານຫຼັງມີຄົນຕາມມາ ເຂົາຈະເອົາມືນ້ອຍນ້ອຍ ຈັບປະຕູໄວ້ ຖ້າໃຫ້ຄົນທີ່ຍ່າງຕາມຫລັງມາເຂົ້າປະຕູນ້ຳກັນມີຢູ່ຄືນໜຶ່ງ ຂ້ອຍເຈັບຄໍຫຼາຍ ລູກກໍບອກວ່າ “ແມ່ໄປນອນຍີ້ ຂ້ອຍດູແລເອງ” ຂ້ອຍນອນຜ່ານໄປຈັກພັກ ໜ້າຈະເປັນຕອນທີ່ລູກເຮັດວຽກບ້ານແລ້ວ ເຂົາກໍ່ຄ່ອຍຄ່ອຍຍ່າງເຂົ້າມາຫາຂ້ອຍ ແລ້ວກໍ່ຫົ່ມຜ້າຫົ່ມໃຫ້ຂ້ອຍ ຂ້ອຍເຄີຍຖືກຄວາມຄິດໜຶ່ງຄອບງຳເປັນເວລາດົນນານ ເມື່ອເຫັນລູກຊາຍຮຽນບໍ່ໄດ້ເລື່ອງ ກໍຄິດເຖິງຄຳບູຮານວ່າ ລູກຮຽນດີເກີດມາເພື່ອຕອບແທນ ລູກຮຽນອ່ອນເກີດມາເພື່ອລ້າງແຄ້ນແຕ່ຕອນນີ້ ຂ້ອຍບໍ່ຄິດແນວນັ້ນແລ້ວ ຕອນທີ່ຫາກໍ່ເປີດສົກຮຽນ ໃນຊັ້ນມີການລົງຄະແນນເລືອກກຳມະການ ອາຈານທີ່ປຶກສາບອກຂ້ອຍວ່າ “ມື້ນີ້ກັບເຮືອນໄປຢ່າລືມຍ້ອງລູກຊາຍເດີ້ ເຂົາກ້າທີ່ຈະຂຶ້ນເວທີຢ່າງກ້າຫານ ເພື່ອຮັບຄັດເລືອກເປັນກຳມະການກິລາ ແຖມນັກຮຽນໃນຫ້ອງທັງ 38 ຄົນລ້ວນແຕ່ເລືອກເຂົາ ເຊິ່ງຕອນນັ້ນອີກ 4 ຄົນທີ່ເຂົ້າມາຮັບຄັດເລືອກນຳກັນ ທຸກຄົນຮຽນດີຢູ່ໃນ 10 ອັນດັບແລກອາຈານທີ່ປຶກສາຍັງບອກອີກວ່າ “ຜົນຂອງການເລືອກຄັ້ງນີ້ ຕົວຂ້ອຍເອງກໍ່ຄິດບໍ່ເຖິງຂ້ອຍກໍ່ເລີຍຖາມນັກຮຽນທຸກຄົນວ່າເປັນຫຍັງຈຶ່ງເລືອກເຂົາ ນັກຮຽນທຸກຄົນກໍເວົ້າກັນໄປຕ່າງໆ ນາໆ ແຕ່ປະເດັນສຳຄັນກໍຄືເຂົາຊື່ສັດ ມ່ວນຊື່ນ ຊ່ວຍເຫຼືອຜູ້ອື່ນ ເວລາໃຜມີບັນຫາເຂົາຈະເປັນຄົນທຳອິດທີ່ຍືນມືເຂົ້າມາຊ່ວຍ…”ໄດ້ຍິນອາຈານທີ່ປຶກສາເວົ້າແບບນັ້ນ ຂ້ອຍກໍ່ຊາບຊຶ້ງແລະພາກພູມໃຈເປັນຈຳນວນຫຼວງຫຼາຍເຖິງແມ່ນວ່າເຂົາຮຽນບໍ່ໄດ້ເລື່ອງ ຜົນການສອບເສັງຈະຢູ່ອັນດັບສຸດທ້າຍເກືອບທຸກຄັ້ງ ແຕ່ເຂົາກໍເປັນເດັກດີ ຮັກຄົນອື່ນແລະຮັກຕົວເອງ ເຄົາລົບຄົນອື່ນແລະເຄົາລົບຕົວເອງ ມີຈິດໃຈໂອບອ້ອມອາລີກັບທຸກຄົນຮອບຕົວ ນີ້ມັນມີຄຸນຄ່າຍິ່ງກ່ວາຜົນການຮຽນຫຼືຊັບສົມກ່ວາອີກແມ່ນບໍ່ ?ຂ້ອຍວ່ານີ້ເປັນວິຖີຊີວິດທີ່ປະສົບຄວາມສຳເລັດທີ່ສຸດ

ShareTweetShare
Next Post
ຊື່ນຊົມ 3 ພໍ່ແມ່ລູກຊ່ວຍກັນເກັບອົດອອມ ຜ່ານໄປ 2 ປີ ໄດ້ເງິນ 540,000,000 ລ້ານ

ຊື່ນຊົມ 3 ພໍ່ແມ່ລູກຊ່ວຍກັນເກັບອົດອອມ ຜ່ານໄປ 2 ປີ ໄດ້ເງິນ 540,000,000 ລ້ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...