ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໝຸ່ມອິນເດຍສຸດເກັ່ງຕົວະເປັນໝໍໄດ້ 4 ປີທັງທີ່ຮຽນບໍ່ຈົບຮອດປໍ5 ສຸດທ້າຍຖືກຈັບຍ້ອນເມຍ

ກຂຄ ລາວ by ກຂຄ ລາວ
ເດືອນກັນຍາ 27, 2020
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ຕໍາຫຼວດອິນເດຍຈັບຊາຍອິນເດຍອາຍຸ 23 ປີ ເຊິ່ງໃຊ້ປະຫວັດການສຶກສາປອມຕົວະເຮັດວຽກເປັນໝໍໄດ້ດົນເຖີງ 4 ປີ ແລະ ເຮັດວຽກເປັນໝໍມາແລ້ວເຖີງ 16 ແຫ່ງໃນຫຼາຍເມືອງຂອງອິນເດຍ.

ທ້າວ Veeragandham Teja ໄດ້ປອມແປງປະຫວັດທຸກຢ່າງຂອງຕົນເອງນັບຕັ້ງແຕ່ຊື່, ອາຍຸ, ໃບປະກາດ, ປະຫວັດການສຶກສາ ແລະ ປະຫວັດການເຮັດວຽກ ເພື່ອສະໝັກເປັນທ່ານໝໍໃນໂຮງໝໍເອກກະຊົນຫຼາຍແຫ່ງທົ່ວປະເທດອິນເດຍ ແລະ ເຖີງຂັ້ນໄດ້ເປັນອາສາສະມັກຊ່ວຍຕໍາຫຼວດຄັດ ແລະ ຮັກສາຜູ້ຕິດເຊື້ອໂລກລະບາດ ມາແລ້ວ, ແຕ່ສຸດທ້າຍລາວກໍ່ຖືກຈັບ.

ພາຍຫຼັງທີ່ຖືກຈັບ, ຕໍາຫຼວດຈົນພາກັນງົງວ່າເຮັດໄດ້ແນວໃດເມື່ອຮູ້ວ່າຊາຍຄົນດັ່ງກ່າວນີ້ໄດ້ຕົວະ ແລະ ປອມແປງເກືອບທຸກຢ່າງ ຈົນໄດ້ເຮັດວຽກເປັນທ່ານໝໍ ໂດຍໃສ່ຊື່ວ່າ Dr. YS Teja ແລະ ໄດ້ເຮັດວຽກຢູ່ໂຮງໝໍມາແລ້ວ 16 ແຫ່ງ ທັງໆທີ່ລາວຮຽນບໍ່ຈົບຮອດ ປໍ5 ຊໍ້າ.

ລາວຖືກຈັບໄດ້ຫຼັງຈາກເມຍຄົນທີ 2 ຂອງລາວທີ່ຫາກໍ່ແຕ່ງງານກັນໃນເດືອນກຸມພາ ໄດ້ໄປແຈ້ງຕໍາຫຼວດວ່າຖືກຜູ້ເປັນຜົວຕົວະໃຫ້ແຕ່ງງານນໍາ ເນື່ອງຈາກວ່າຜົວບໍ່ໄດ້ບອກວ່າລາວເຄີຍມີເມຍມາກ່ອນ.

ຈາກການສືບສວນປະຫວັດ, ເຈົ້າໜ້າທີ່ພົບວ່າ ທ້າວ Veeragandham ເຄີຍເປັນຄົນພະເນຈອນ ໜີອອກຈາກເຮືອນໃນປີ 2005 ເພາະຖືກແມ່ລ້ຽງທຳຮ້າຍທາລຸນ ແລະ ມາເຮັດວຽກຫາລ້ຽງຊີບໂດຍການຂາຍຂະໜົມຢູ່ລົດໄຟ ຈົນລາວໄດ້ພົບກັບແພດຄົນໜຶ່ງຊື່ວ່າ ດຣ. ວາຍເອສ ປຸຣຸໂຍຕໍາ ເຣດດີ ລາວອ້າງວ່າລາວເປັນເດັກກຳພ້າ ຈຶ່ງເຮັດໃຫ້ທ່ານໝໍຄົນນັ້ນເຫັນໃຈແລະຊ່ວຍເຫຼືອອຸປະກາລະ ໃຫ້ທີ່ພັກແລະທຶນຕໍ່ຊີວິດ ລວມໄປເຖິງເອກະສານສຳຄັນຕ່າງໆອີກຫຼາຍຢ່າງ. ເມື່ອລາວໄດ້ຮັບຮູ້ວ່າອາຊີບແພດໝໍສາມາດສ້າງປະໂຫຍດທັງໃນທາງສັງຄົມແລະເງິນທອງ ລາວຈຶ່ງສວຍໂອກາດຂໍໃຊ້ນາມສະກຸນ ວາຍເອສ (YS) ຂອງທ່ານໝໍຄົນດັ່ງກ່າວມາໃຊ້.

ທ້າວ Veeragandham ເລີ່ມປອມປະຫວັດການສຶກສາ ເຊິ່ງລວມເຖີງໃບປະກາດທີ່ຕົວະວ່າຈົບແພດສາດ ເພື່ອເອົາໄປໃຊ້ຝືກງານທີ່ວິທະຍາໄລແພດຈີເອັນ ຢູ່ທີ່ເມືອງໄຣປູ. ພາຍຫຼັງລາວໄດ້ຮຽນຮູ້ເລື່ອງການແພດແດ່ແລ້ວໜ້ອຍໜຶ່ງ, ລາວກໍ່ໄດ້ເດີນທາງຕໍ່ໄປທີ່ເມືອງບັງກະລໍແລະ ສະໝັກເຮັດວຽກເປັນໝໍຢູ່ທີ່ໂຮງໝໍເອກະຊົນ.

ຕໍາຫຼວດບອກວ່າ ນີ້ບໍ່ແມ່ນຄັ້ງທຳອິດທີ່ ທ້າວ ວິລະກັນທຳ ຖືກຈັບໄດ້ວ່າພະຍາຍາມປອມເປັນບຸກຄົນອື່ນ. ເນື່ອງຈາກວ່າ ລາວເຄີຍຖືກຕໍາຫຼວດຈັບໃນປີ 2016 ຂໍຫາແອບອ້າງວ່າເປັນຕໍາຫຼວດ ແລະ ນໍາເອົາລົດເຈົ້າໜ້າທີ່ອອກໄປໃຊ້ໂດຍອ້າງວ່າເປັນລູກຊາຍຕໍາຫຼວດລະດັບສູງ ແຖມຍັງເຄີຍໃຊ້ຊື່ຫຍໍ້ ວາຍເອສ ຕົວະຄົນອື່ນວ່າເປັນພີ່ນ້ອງກັບ ດຣ. ວາຍເອສ ປຸຣຸໂຍຕໍາ ເຣດດີ ມາແລ້ວອີກດ້ວຍ ແຕ່ກໍ່ສາມາດຕວົະເອົາຕົວລອດພົ້ນຜິດມາໄດ້.

ເຊິ່ງການຈັບທ້າວ Veeragandham ຈະຖືກຂະຫຍາຍຜົນໄປເຖິງຜູ້ທີ່ໃຫ້ຄວາມຊ່ວຍເຫຼືອແລະກ່ຽວຂ້ອງໃນການປອມແປງເອກະສານໃຫ້ລາວອີກດ້ວຍ.

ທີ່ມາ : indianexpress, timesofindia, iharare, shortpedia, indiatimes

ShareTweetShare
Next Post
ຄວາມເຊື່ອບູຮານ ! ຕັດຜົມມື້ໃດ ຈຶ່ງເຮັດໃຫ້ມີໂຊກລາບ

ຄວາມເຊື່ອບູຮານ ! ຕັດຜົມມື້ໃດ ຈຶ່ງເຮັດໃຫ້ມີໂຊກລາບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...