ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບ້ານນາກະຕິບ ອະລິຍະທຳແຫ່ງເມືອງລັບແລ ຕ້ອງໄປຈັກຄັ້ງໃຈຊີວິດ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 7, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຍອ້ນຄວາມສະລັບຊັບຊ້ອນທາງທຳມະຊາດ ແລະມີອະລິຍະທຳອັນເກົ່າແກ່ຈຶ່ງເຮັດໃຫ້ດິນແດນວັດຄີຣີວົງກົດຖືກຂະໜານນາມວ່າເປັນເມືອງລັບແລ ຫຼືເມືອງອາລັນ ຣັດຈະນາບູຮານ. ວັດຄີຣີວົງກົດ ຫຼືເມືອງລັບແລ ຕັ້ງຢູ່ບ້ານນາກະຕິບ ເມືອງຫີນບູນ ແຂວງຄຳມ່ວນ ກາຍນ້ຳທອນປະມານ 10 ກິໂລ ລ້ຽວເຂົ້າທາງເຂື່ອນຫີນບູນທາງໄປວັກຜາຄວກ, ຜານາງລຽງ, ທາງເຂົ້າບ້ານຢູ່ຖໍ້າງູໃຫຍ່.

ວັດຄີຣີວົງກົດ ເປັນວັດທີ່ມີຄວາມຮົ່ມເຢັນ, ອ້ອມຮອບໄປດ້ວຍພູຜາ, ສາຍນ້ຳ ແລະຕົ້ນໄມ້ນ້ອຍໃຫຍ່ຢ່າງຫຼວງຫຼາຍ. ພິເສດມີຕົ້ນໝາກຍົມປ່າທີ່ມີຄວາມໃຫຍ່ເຖິງ 5-6 ອຸ້ມ. ເຊິ່ງການເດີນທາງເຂົ້າມາວັດ ຫຼືເມືອງລັບແລແຫ່ງນີ້ຕ້ອງໄດ້ຍ່າງຜ່ານຖ້ຳເຂົ້າມາພາຍໃນ. ບ້ານນາກະຕິບ (ເມືອງລັບແລ) ໃນເມື່ອກ່ອນຕາມການບັນທຶກການກຳເນີດເມືອງສີໂຄດຕະບອງໄດ້ຂຽນໄວ້ວ່າ:

450ປີກ່ອນເມືອງອາລັນ ຣັດຈະນາບູຮານເປັນເມືອງທີ່ມີຄວາມຮຸ່ງເຮືອງ ມີເຈົ້າເມືອງປົກຄອງຊື່ ເຈົ້າເມືອງວຸ້ນ ແລະ ບໍລິເວນນັ້ນມີບ້ານທັງໝົດ 13 ບ້ານ ແລະມີວັດອ້ອມຮອບບ້ານໄວ້ 13 ວັດ ເຊິ່ງໃນປັດຈຸບັນບ້ານນາກະຕິບ ຫຼືເມືອງລັບແລ ຊ້ຳພັດມີປະຊາຊົນອາໄສຢູ່ພຽງ 11 ຫຼັງຄາເຮືອນເທົ່ານັ້ນ ແລະບ້ານແຫ່ງນີ້ຈະບໍ່ສາມາດມີຫຼັງຄາເຮືອນຫຼາຍກວ່າ 11 ຫຼັງຄາເຮືອນໄດ້ເຊິ່ງສິ່ງດັ່ງກ່າວກໍແມ່ນຄວາມເຊື່ອຂອງຊາວບ້ານທີ່ຍັງຫາຂໍ້ພິສູດບໍ່ໄດ້.

ນອກຈາກນີ້ ໃນເມື່ອກ່ອນສະຖານທີ່ແຫ່ງນີ້ຍັງເຄີຍເປັນຖານທັບທາງການທະຫານທີ່ນຳພາໂດຍເຈົ້າອະນຸວົງ, ພາຍຫຼັງການເຂົ້າຮຸກຮານຂອງສັດຕູເຮັດໃຫ້ເຂດດັ່ງກ່າວກາຍເປັນເມືອງຮ້າງ, ວັດວາອາຮາມ ແລະພະພຸດທະຮູບຖືກລັກ, ຖືກທໍາລາຍຢ່າງຫຼວງຫຼາຍ, ເຊິ່ງເຮົາຈະສັງເກດເຫັນວ່າ ວັດແຫ່ງນີ້ຄ້າຍຄືກັບເມືອງຮ້າງ. ເຖິງຢ່າງໃດກໍຕາມວັດຄີຣີວົງກົດ ຫຼືເມືອງລັບແລກໍເປັນສະຖານທີ່ ທີ່ຍັງຄົງຮັກສາຄວາມເປັນທຳມະຊາດ,

ມີອະລິຍະທຳທາງປະຫວັດສາດຫຼາຍຢ່າງໃຫ້ພວກເຮົາໄດ້ໄປກາບໄຫວ້ບູຊາ ແລະສຶກສາ ພ້ອມດຽວກັນນັ້ນຍັງເໝາະແກ່ການນັ່ງສະມາທິ, ກຳມະຖານ ແລະທຸດົງສຳຫຼັບຄູບາ, ແມ່ຂາວ ແລະອອກຕົນຍາດໂຍມຜູ້ທີ່ຕ້ອງການສະແຫວງບຸນ ແລະທຳ. ເຊິ່ງທຸກຂຶ້ນ 15 ຄ່ຳ ເດືອນ 4 ຂອງທຸກປີ ຈະໄດ້ມີການຈັດງານວັດເພື່ອທຳບຸນໃສ່ບາດເພື່ອລະນຶກ ແລະ ເປັນສິຣີມົງຄຸນແກ່ວັດແຫ່ງນີ້.

ສໍາລັບການເດີນທາງແມ່ນຈະມີພຽງທາງດຽວທີ່ເຂົ້າໄປເທິງວັດແຫ່ງດັ່ງກ່າວໄດ້ນັ້ນກໍຄືການຍ່າງຜ່ານສາຍນ້ຳ ແລະຖ້ຳຍາວປະມານ 8-10 ກິໂລແມັດ. ດັ່ງນັ້ນ ນັກທ່ອງທ່ຽວທີ່ຈະໄປຢ້ຽມຢາມສະຖານທີ່ແຫ່ງນີ້ກໍຄວນມີຄວາມພ້ອມທາງຮ່າງກາຍ ແລະຈິດໃຈທີ່ມຸ່ງໝັ້ນ ເພາະສະຖານທີ່ແຫ່ງນັ້ນຕິດພັນກັບທຳມະຊາດຢ່າງແທ້ຈິງ.

ນອກຈາກນີ້ຄວນກຽມສະບຽງອາຫານເພື່ອບໍລິໂພກໃນເວລາທີ່ໄປພັກອາໄສຢູ່ທີ່ນັ້ນດ້ວຍ. ເດືອນກຸມພາ 2022ໂຕຫຼີ້ນວິດີໂອ

ShareTweetShare
Next Post
ຂອບໃຈ ທີມງານແພດຊ່ຽວຊານ 6 ທ່ານ ມາຊ່ວຍ ສປປ ລາວ

ຂອບໃຈ ທີມງານແພດຊ່ຽວຊານ 6 ທ່ານ ມາຊ່ວຍ ສປປ ລາວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...