ລັດຖະບານ ສປ ຈີນ ສືບຕໍ່ສົ່ງທີມງານແພດຊ່ຽວຊານ 6 ທ່ານ ມາຊ່ວຍ ສປປ ລາວ ໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19,

ໂດຍສະເພາະຈະຊ່ວຍຍົກລະດັບເຕັກນິກທາງດ້ານການກວດພະຍາດໂຄວິດ-19 (PRC) ແລະ ຮັບປະກັນໃຫ້ຖ້ຽວບິນຈາກປະເທດລາວເຂົ້າໄປປະເທດຈີນເປັນປົກກະຕິໄດ້.
ທີມແພດດັ່ງກ່າວໄດ້ເດີນທາງຈາກນະຄອນຄຸນມິງ ມາຮອດ ສປປ ລາວ ໃນວັນທີ 7 ກຸມພາ 2022

ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ
Discussion about this post