ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແບບນີ້ກໍມີ ຍິງຊາວໄອຣິສ ປະກາດເປີດປະມູນຂາຍຜົວ ສາເຫດຍ້ອນມັກລັກໜີໄປທ່ຽວ ແລະ ບໍ່ຊ່ວຍເບິ່ງລູກ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 7, 2022
in ທົ່ວໄປ
0
Home ທົ່ວໄປ

ສາມີທ່ານໃດຜູ້ທີ່ມັກຫຼິ້ນມັກທ່ຽວແລະບໍ່ມັກເບິ່ງລູກຊ່ວຍພັນລະຍາ ໃຫ້ເບິ່ງເລື່ອງລາວນີ້ເປັນຕົວຢ່າງກໍດີ ເມື່ອ Linda McAlister ແມ່ຍິງຊາວໄອຣິສຜູ້ທີ່ອາໄສຢູ່ໃນເຂດຊົນນະບົດ Rangitīkei ຂອງປະເທດນິວຊີແລນ ໄດ້ອອກມາປະມູນ “ສາມີຕົນເອງ” ເນື່ອງຈາກລາວປ່ອຍປະລະເລີຍໜ້າທີ່ສາມີ.

ເມື່ອບໍ່ດົນມານີ້ Linda ໄດ້ເຮັດການເປີດປະມູນສາມີຂອງລາວເອງທີ່ມີຊື່ວ່າ John McAlister ໃນເວັບໄຊ TradeMe ເວັບໄຊຊື້ຂາຍຂອງນິວຊີແລນ.ໂດຍ Linda ໄດ້ລະບຸລາຍລະອຽດໃນເວັບໄຊວ່າ John ອາຍຸ 37 ປີ ມີສ່ວນສູງ 185 ຊັງຕີແມັດ ແລະ ເຮັດຟາມລ້ຽງງົວ.

ພ້ອມດ້ວຍລາຍລະອຽດນິໄສໃຈຄໍຕ່າງໆ ວ່າ “ຮັບມືງ່າຍ ມີເຈົ້າຂອງມາແລ້ວຫຼາຍຄົນ ແຕ່ຍັງມີຄວາມຊື່ສັດ ຖ້າໃຫ້ເຂົ້າ ໃຫ້ນ້ຳຢູ່ຕະຫຼອດ”, “ບໍ່ເວົ້າຫຼາຍ ເວລາໄປທ່ຽວແລ້ວລາວຈະຂັບລົດ”, “ອາດຈະມີກັງວົນແດ່ ເວລາຢູ່ບ່ອນໃໝ່ໆ ແຕ່ປັບຕົວໄດ້ດີ”.

ນອກຈາກນີ້ Linda ຍັງລະບຸເຖິງ “ຂໍ້ເສຍ” ຂອງສາມີວ່າເປັນຄົນມັກໄປທຣິບ “ລ່າສັດແລະຕຶກປາກັບໝູ່ເພື່ອນ”.

ແຕ່ທຣິບຫຼ້າສຸດຂອງ John ນີ້ເຮັດໃຫ້ Linda ໃຫ້ອະໄພບໍ່ໄດ້ ເພາະວ່າ John ໄດ້ໄປທຣິບໃນໄລຍະພັກພາກຮຽນຂອງລູກສອງຄົນທີ່ມີອາຍຸ 4ປີ ແລະ 6ປີ ແລະລູກໆຂອງພວກເຂົາກໍນອນເດິກຂຶ້ນເລື້ອຍໆ ເວລານອນຂອງ Linda ເອງກໍໜ້ອຍລົງ ເຮັດໃຫ້ລາວເກືອບຈະເປັນບ້າໃນແຕ່ລະມື້.

ບໍ່ພຽງເທົ່ານັ້ນ John ຜູ້ເປັນສາມີ ຍັງບໍ່ມີເວລາວ່າງຈາກການເຮັດວຽກແລະມັກຈະຖິ້ມໃຫ້ Linda ໃຫ້ຢູ່ກັບລູກທັງສອງຄົນ ຕາມລຳພັງເກືອບທຸກມື້ ບວກກັບການເດີນທາງທຣິບຕຶກປາອີກ ເລີຍເປັນສາເຫດເຮັດໃຫ້ Linda ເຈັບເສັ້ນ ແລະ ເຖິງກັບຕ້ອງອອກມາເຮັດການເປີດປະມູນສາມີແບບນີ້

ພ້ອມຖິ້ມທ້າຍວ່າ “ຊື້ແລ້ວບໍ່ຮັບປ່ຽນຄືນ”

ໃນຕອນທຳອິດການປະມູນຄັ້ງນີ້ເບິ່ງຄືວ່າຈະເປັນເລື່ອງຕະຫຼົກ ແຕ່ກໍມີຄົນເຂົ້າມາສະເໜີລາຄາປະມູນເຖິງ 12 ຄັ້ງ ແລະ ລາຄາຂອງສາມີຄົນນີ້ກໍຂຶ້ນຮອດ 100 ໂດລາ ເລີຍ.

ນອກຈາກນີ້ ຜູ້ປະມູນບາງສ່ວນຍັງເຜີຍວ່າ ຢາກຮູ້ວ່າສາມີຂອງ Linda ເປັນແບບໃດ ໃນຂະນະດຽວກັນກໍມີຜູ້ປະມູນບາງຄົນຕິດຕໍ່ມາຫາ Linda ເພື່ອສະເໜີ ແລກປ່ຽນຕົວ John ກັບສາມີຂອງພວກເຂົາເປັນເວລາ 1 ມື້.

ແຕ່ເຖິງຢ່າງນັ້ນ ເວລາຜ່ານໄປບໍ່ດົນປານໃດທາງເວັບໄຊ້ Trade Me ກໍໄດ້ລຶບການປະມູນນີ້ອອກໄປຈາກໜ້າເວັບ ເນື່ອງຈາກວ່າ Linda ໄດ້ລະເມີດເງື່ອນໄຂແລະຂໍ້ກຳນົດທາງເວັບໄຊ.

ShareTweetShare
Next Post
ສາຍມ່ວນເສົ້າເລີຍ ຈະບໍ່ໄດ້ເຫັນສະຖານີ 3434 ຢູ່ເດີນໄອເຕັກອີກແລ້ວ

ສາຍມ່ວນເສົ້າເລີຍ ຈະບໍ່ໄດ້ເຫັນສະຖານີ 3434 ຢູ່ເດີນໄອເຕັກອີກແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...