ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເປີດຊີວິດ ສອນນາລາຍ ອະດີດນັກມວຍດັງຊີວິດລັນທົດ ຕ້ອມຍອມອົດເພື່ອໃຫ້ລູກ 4 ຄົນ ໄດ້ກິນອີ່ມ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 7, 2022
in ທົ່ວໄປ
0
Home ທົ່ວໄປ

ຜູ້ສື່ຂ່າວລາຍງານຈາກຈັງຫວັດພັດທະລຸງວ່າດ້ວຍສະພາບສະພາວະວິກິດ ເຮັດໃຫ້ຫຼາຍຄອບຄົວຕ້ອງຕົກງານ ແລະ ບໍ່ມີລາຍໄດ້ເຂົ້າມາລ້ຽງມາຄອບຄົວ ເຮັດໃຫ້ຢູ່ກັນດ້ວຍຄວາມຍາກລຳບາກ ຢ່າງຄອບຄົວ ທ້າວ ທະວັດ ຊູແກ້ວ ອາຍຸ 34 ປີ ແລະ ນາງສາວ ວະລາພອນ ຊູແກ້ວ ອາຍຸ 35 ປີ ພັນລະຍາ ອຳເພີປ່າພະຍອມ ຈັງຫວັດພັດທະລຸງ ອາໄສຢູ່ກັບລູກຊາຍ ແລະ ຍິງ ລວມ 6 ຄົນ

ຈາກທີ່ທ້າວທະວັດ ເຊິ່ງເປັນຫົວໜ້າຄອບຄົວ ມີອາຊີບເປັນລູກຈ້າງເກັບຂີ້ເຫຍື້ອຂອງເທດສະບານຕຳບົນລານຂ່ອຍ ອຳເພີປ່າພະຍອມ ມີລາຍໄດ້ເດືອນລະ 9.000 ບາດ ແຕ່ໄດ້ກູ້ເງິນຈາກທະນາຄານອອມສິນ ເພື່ອນຳເງິນກ້ອນມາລ້ຽງລູກ ໃນແຕ່ລະເດືອນຈຶ່ງຖືກຫັກເຫຼືອ 4.000 ບາດ ເປັນຄ່າໃຊ້ຈ່າຍ

ແລະກ່ອນໜ້ານີ້ພັນລະຍາ ນາງສາວ ວະລາພອນ ກໍ່ໄດ້ເຮັດເສີມໂດຍຮັບຈ້າງເຮັດວຽກໃນສະຖານທີ່ລ່ອງແກ່ງ ຂອງຕຳບົນລານຂ່ອຍ ມື້ລະ 250-300 ບາດ ເພື່ອມາຈຸນເຈືອຄອບຄົວແຕ່ຜົນກະທົບຈາກໂລກລະບາດ ເຮັດໃຫ້ສະຖານທີ່ລ່ອງແກ່ງໃນພື້ນທີ່ອຳເພີປ່າພະຍອມໄດ້ປິດຕົວລົງ ຈົນເຮັດໃຫ້ທາງຄອບຄົວບໍ່ມີວຽກເຮັດງານທຳ ແລະ ມີເງິນຄ່າແຮງຈາກສາມີພຽງທາງດຽວ

ໂດຍ ວະລາພອນ ຊູແກ້ວ ອາຍຸ 35 ປີ ພັນລະຍາກ່າວ ເມື່ອກ່ອນບໍ່ຂັດສົນແບບນີ້ ແຕ່ພໍມາເຈິສະຖານະການແບບນີ້ຍ້ຳແຍ່ສຸດໆໃນຊີວິດ ຕະຫຼອດຫຼາຍວັນທີ່ຜ່ານມາຕ້ອງແອບຮ້ອງໄຫ້ເມື່ອລູກຖາມວ່າ ແມ່ມື້ອື່ນເຮົາຈະກິນຫຍັງ ແມ່ເມື່ອໃດເງິນເດືອນພໍ່ຈະອອກ ຈະໄດ້ຊື້ຫຍັງກິນ

ບາງມື້ບໍ່ມີເງິນຊື້ເຂົ້າສານຫຸງເຂົ້າໃຫ້ລູກກິນ ເພາະບໍ່ມີເງິນຈະໄປຊື້ຈົນຕ້ອງໄປຂໍເຂົ້າສານຈາກຍາດໃກ້ເຮືອນມາຈຸນເຈືອ ພໍປະທັງໄປວັນໆ ຈົນບາງຄັ້ງຈົນກົດດັນ ເມື່ອເຫັນລູກຮ້ອງໄຫ້ ເພາະຄວາມຫິວທໍ້ຈົນບໍ່ຢາກຈະອະທິບາຍຫຍັງ ແຕ່ກໍ່ມີເອື້ອຍໄດ້ໂທມາສອບຖາມ ແລະ ໃຫ້ກຳລັງໃຈ ໂດຍແບ່ງເງິນມາໃຫ້ໃຊ້ຈ່າຍມື້ລະ 100 ຫຼື 200 ແລ້ວແຕ່ສະດວກ

ດ້ານນາງອາທິດຕະຍາ ຊູເກື້ອ ເປັນຄູໂຮງຮຽນບ້ານທຸ່ງຊຸມພົນ ຕຳບົນລານຂ່ອຍ ອຳເພີປ່າພະຍອມ ຈັງຫວັດພັດທະລຸງ ທີ່ຄ່ອຍຫຍິບຍື່ນເຂົ້າສານ ອາຫານ ແລະ ເງິນໃຊ້ຈ່າຍໃນບາງຄັ້ງ ກ່າວ່າປົກກະຕິທາງຄອບຄົວນີ້ກໍ່ຫາເຊົ້າກິນຄ່ຳ ແຕ່ເມື່ອມາເຈິວິກິດ ຍິ່ງເຮັດໃຫ້ຄອບຄົວທຸກລົງໄປ

ຫຼ້າສຸດຜູ້ສື່ຂ່າວໄດ້ປະສານໄປຍັງ ທ້າວ ກູ້ກຽດ ວົງກະພັນ ຜູ້ວ່າລາດຊະການຈັງຫວັດພັດທະລຸງ ເພື່ອໃຫ້ການຊ່ວຍເຫຼືອ ໂດຍທາງຜູ້ວ່າໄດ້ປະສານໄປຍັງສຳນັກງານພັດທະນາສັງຄົມຈັງຫວັດພັດທະລຸງ ໃຫ້ເລັ່ງລົງພື້ນທີ່ກວດສອບ ພ້ອມປະສານໄປຍັງເຫຼົ່າກາຊາດຈັງຫວັດພັດທະລຸງ ໃຫ້ເຂົ້າໄປດູແລ ແລະ ຊ່ວຍເຫຼືອໃນເບື້ອງຕົ້ນແລ້ວເຊັ່ນກັນ

ແລະສຳຫຼັບ ທ້າວ ທະວັດ ຊູແກ້ວ ອະດີດເຄີຍເປັນນັກມວຍໄທຊື່ດັງໃນນາມ ສອນນາລາຍ ທີ່ເຄີຍໂດ່ງດັງເທິງສະໜາມສັງວຽນມວຍລາດດຳເນີນ ແລະ ສະໜາມມວຍຊ່ອງ 3 ໃນປີ 2549 – 2552

ShareTweetShare
Next Post
ແບບນີ້ກໍມີ ຍິງຊາວໄອຣິສ ປະກາດເປີດປະມູນຂາຍຜົວ ສາເຫດຍ້ອນມັກລັກໜີໄປທ່ຽວ ແລະ ບໍ່ຊ່ວຍເບິ່ງລູກ

ແບບນີ້ກໍມີ ຍິງຊາວໄອຣິສ ປະກາດເປີດປະມູນຂາຍຜົວ ສາເຫດຍ້ອນມັກລັກໜີໄປທ່ຽວ ແລະ ບໍ່ຊ່ວຍເບິ່ງລູກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...