ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດຫົດຫູ່! ຊາວອັບການິສຖານ ຕ້ອງຈຳໃຈຂາຍ ອະໄວຍະວະ ແລະ ລູກຫຼານ ເພື່ອເອົາຊີວິດລອດຈາກວິກິດທາງເສດຖະກິດ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 3, 2022
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ມື່ອບໍ່ດົນມານີ້ ສຳນັກຂ່າວ Skynews ໄດ້ລາຍງານເລື່ອງສຸດສະເທືອນໃຈ ຂອງຊາວອັບການິສຖານຫຼາຍໆຄອບຄົວທີ່ໄດ້ຈຳໃຈພາກັນນຳອະໄວຍະວະໃນຮ່າງກາຍໄປຂາຍ ເຊັ່ນ: ໝາກໄຂ່ຫຼັງ ທີ່ມີລາຄາຢູ່ປະມານ 1,500 ປອນ ຕໍ່ໜຶ່ງອັນ ເພື່ອນຳເງິນທີ່ໄດ້ ມາໃຊ້ຈ່າຍພາຍໃນຄອບຄົວ. ຍິ່ງໄປກວ່ານັ້ນ ຫາກການຂາຍໝາກໄຂ່ຫຼັງແລ້ວຍັງມີເງິນບໍ່ພໍໃນການລ້ຽງຄົນໃນຄອບຄົວ ເຮັດໃຫ້ບາງຄອບຄົວເຖິງຂັ້ນຕ້ອງໄດ້ຂາຍລູກຫຼານເພື່ອໃຫ້ສະມາຊິກສ່ວນໃຫຍ່ໃນຂອບຄົວບໍ່ອຶດຫິວ ແຕ່ພວກເຂົາໃຫ້ເຫດຜົນວ່າ: “ເພາະວ່າບໍ່ມີຫຍັງເຫຼືອໃຫ້ຂາຍອີກຕໍ່ໄປແລ້ວ” ໃນຂະນະທີ່ເສດຖະກິດຂອງອັບການິສຖານກຳລັງຢູ່ໃນສະຖານະການທີ່ເອນອຽງໄປທາງທີ່ຈະຫຼົ້ມສະຫຼາຍ.

ນັກຂ່າວໄດ້ລົງພີ້ນທີ່ໄປໂອ້ລົມກັບຊາວບ້ານໃນໝູ່ບ້ານແຫ່ງໜຶ່ງໃນເມືອງ Herat ໂດຍໄດ້ປິດບັງຂໍ້ມູນຂອງແຫຼ່ງຂ່າວເພື່ອຄວາມປອດໄພຂອງຊາວບ້ານ ແລະ ພົບວ່າພວກເຂົາອາໄສຢູ່ໃນເຮືອນທີ່ສ້າງດ້ວຍດິນແລະເຕັ້ນ, ສະພາບແວດມີຄວາມແຫ້ງແລ້ງ, ບໍ່ມີແຫຼ່ງນ້ຳແລະຕົ້ນໄມ້ໃນບໍລິເວນນັ້ນ, ຊາວບ້ານຫຼາຍຄົນມີອາການປ່ວຍຊຳເຮື້ອແລະພິການ ຂະນະທີ່ສິ່ງທີ່ມີຄ່າຂອງພວກເຂົາມີພຽງອະໄວຍະວະ ເຊິ່ງຫຼາຍຄອບຄົວກໍໄດ້ຂາຍມັນເພື່ອເອົາຊີວິດລອດໄປແຕ່ລະມື້.

ມີກໍລະນີຂອງສາມີ-ພັນລະຍາຄູ່ໜຶ່ງ ເຊິ່ງໄດ້ຂາຍໝາກໄຂ່ຫຼັງຂອງພວກເຂົາໄປແລ້ວເພື່ອຫາເງິນມາລ້ຽງລູກ 8 ຄົນ ເປີດເຜີຍວ່າ ກໍາລັງພິຈາລະນາຂາຍລູກໜຶ່ງຄົນຕໍ່ຈາກນີ້ ຫຼັງຈາກລູກຊາຍອາຍຸ 3 ປີ ຂອງພວກເຂົາຫາກໍຕາຍຈາກຄວາມອຶດຫິວເມື່ອ 6 ເດືອນກ່ອນ, ຢ່າງໜ້ອຍການຂາຍລູກໃຫ້ຄົນອື່ນອາດຈະດີກວ່າການທີ່ລູກຂອງພວກເຂົາ ທັງໝົດຕ້ອງມາອົດຕາຍ ແລະ ລູກທີ່ຖືກຂາຍຍັງໄດ້ຮັບການລ້ຽງດູຈາກຄົນອື່ນ ໂດຍພໍ່ຂອງເດັກບອກວ່າ ອາດຈະຕ້ອງຍອມຂາຍລູກໃນລາຄາ 150 ປອນ ຫຼື ປະມານ 200 ໂດລາ ເພາະລາວອາດນອນຫຼັບບໍ່ລົງໃນຂະນະທີ່ລູກໆຍັງອຶດຫິວຢູ່.

ນອກນີ້ ຍັງມີອີກກໍລະນີໜຶ່ງ ທີ່ມີ ອ້າຍນ້ອງ 5 ຄົນ ໄດ້ບອກກັບນັກຂ່າວວ່າ ພວກເຂົາຕ້ອງຂາຍອະໄວຍະວະສຳຄັນໃນລາຄາປະມານ 1,150 ປອນຕໍ່ໜຶ່ງອັນ ເພື່ອຊື້ອາຫານໃຫ້ຄົນໃນຄອບຄົວທີ່ເຫຼືອ.

ຂະນະດຽວກັນ ທ່ານ ດຣ. Mohammad Aqel ທ່ານໝໍໃນໂຮງໝໍເມືອງ Herat ໄດ້ກ່າວທັງນ້ຳຕາວ່າ ທີ່ໂຮງໝໍບໍ່ມີຮອດຜ້າພັນບາດແຜທີ່ພຽງພໍໃນການໃຊ້ພັນແຜໃຫ້ກັບເດັກນ້ອຍ ທີ່ຖືກໄຟລວກຈາກອຸບັດຕິເຫດທີ່ຄອບຄົວຊາວອັບການິສຖານ ມັກຈູດໄຟຜິງເພື່ອບັນເທົາຄວາມໜາວເຢັນ.

ລາຍງານລະບຸຕື່ມອີກວ່າ ນັບຕັ້ງແຕ່ກຸ່ມຕາລີບັນ ຍິດອຳນາດໃນອັບການິສຖານ ໃນເດືອນສິງຫາ ປີ 2021 ເສດຖະກິດຂອງປະເທດກໍຕົກຢູ່ໃນສະຖານະການສຸ່ມສ່ຽງ ໂດຍລັດຖະບານແຫ່ງຊາດສ່ວນໃຫຍ່ຂອງໂລກຍັງບໍ່ໃຫ້ການຍອມຮັບລັດຖະບານຕາລີບັນ. ນອກຈາກນີ້ ຍັງໄດ້ມີການອາຍັດຊັບສິນ ແລະ ເງິນສໍາຮອງຂອງອັບການິສຖານທີ່ຢູ່ໃນທະນາຄານຕ່າງປະເທດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳຈາກຕ່າງປະເທດກໍຖືກລະງັບໄປ ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍເດືອດຮ້ອນໄປຕາມໆກັນ ຈົນຮອດຂັ້ນບໍ່ມີເງິນຊື້ອາຫານເພື່ອໃຫ້ມີຊີວິດຢູ່ລອດ.

ຂອບໃຈຂໍ້ມູນຈາກ:

ShareTweetShare
Next Post
ຊີວິດຈິງ ບໍ່ຄືໃນຈໍໂທລະທັດມີດາວເຕັມບ່າ ຍັງຮັບບົດຄົນໃຊ້

ຊີວິດຈິງ ບໍ່ຄືໃນຈໍໂທລະທັດມີດາວເຕັມບ່າ ຍັງຮັບບົດຄົນໃຊ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...