ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄວາມຈິງກ່ຽວກັບການປະທ້ວງຂອງກໍາມະກອນຈີນຢູ່ແຂວງຄໍາມ່ວນ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 2, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຈາກເຫດການທີ່ມີກໍາມະກອນຊາວຈີນປະທ້ວງເພື່ອທວງເອົາເງິນເດືອນຕິດຄ້າງນໍາເຈົ້າຂອງບໍລິສັດທີ່ເກີດໃນຕອນເຊົ້ານວັນທີ 30 ມັງກອນ 2022 ຜ່ານມາ ເຮັດໃຫ້ສັງຄົມສົນໃຈຢາກຮູ້ລາຍລະອຽດທີ່ເກີດຂຶ້ນໃນຄັ້ງນີ້.

ພັນໂທ ຄໍາຮຸ່ງ ອາລຸນສັກ, ຮອງຫົວຫນ້າກອງບັນຊາການ ປກສ ແຂວງ ຄໍາມ່ວນ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ກຸມພາ 2022 ວ່າ: ກໍາມະກອນຊາວຈີນ ທີ່ປະທ້ວງໃນຄັ້ງນີ້ ມີທັງຫມົດ 35 ຄົນ.

ສາເຫດຂອງການປະທ້ວງ ຍ້ອນບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ເຊີ່ງເຂົາເຈົ້າເຮັດວຽກນໍາ ໄດ້ຮັບເຫມົາກໍ່ສ້າງຫໍພັກກໍາມະກອນໃຫ້ ບໍລິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ຢູ່ເຂດບ້ານ ດົງໃຕ້ ເມືອງທ່າແຂກ, ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ມາຮອດປັດຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວ ແຕ່ບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ບໍ່ຈ່າຍເງິນເດືອນໃຫ້ກໍາມະກອນດັ່ງກ່າວ ຈໍານວນ 2 ເດືອນ ຄື: ເດືອນພະຈິກ ແລະ ເດືອນທັນວາ 2021 ຜ່ານມາ ເຮັດໃຫ້ກໍາມະກອນຮວມຕົວກັນປະທ້ວງເພື່ອໃຫ້ບໍລິສັດດັ່ງກ່າວຈ່າຍເງິນເດືອນທີ່ຕິດຄ້າງຢູ່, ລວມເຖີງຄ່າເດີນ ທາງກັບປະເທດ ທີ່ຕ້ອງໃຊ້ເງິນຫລາຍກວ່າ 5.000 ຢວນຕໍ່ຄົນ ແຕ່ບໍລິສັດ ຊີອານ ອຸດສາຫະກໍາ ບໍ່ສາມາດຈ່າຍໄດ້ຕາມການຮຽກຮ້ອງຕ້ອງການຂອງກໍາມະກອນດັ່ງກ່າວ.

ພັນໂທ ຄໍາຮຸ່ງ ອາລຸນສັກ ໃຫ້ຮູ້ຕື່ມວ່າ: ກໍາມະກອນທັງ 35 ຄົນ ໄດ້ປະທ້ວງພ້ອມທັງໄດ້ເອົາຮົ້ວເຫລັກມາກັ້ນຕໍ່ຫນ້າ ບໍລິສັດ ຊີໂນ ອາກຣີ ໂປຕັສ ຈໍາກັດ ບໍ່ໃຫ້ເຂົ້າ-ອອກ. ຕໍ່ເຫດການທີ່ເກີດຂຶ້ນ ເຮັດໃຫ້ເຈົ້າຫນ້າກ່ຽວຂ້ອງທີ່ຮັກສາຄວາມສະຫງົບປອດໄພຢູ່ບໍລິສັດດັ່ງກ່າວເຂົ້າໄປຫ້າມ ແລະ ກ່າວເຕືອນ ແຕ່ກໍາມະກອນທີ່ປະທ້ວງບໍ່ຟັງ ພ້ອມທັງພະຍາຍາມຍາດເອົາປືນນໍາເຈົ້າຫນ້າທີ່ ເຮັດໃຫ້ເຈົ້າຫນ້າທີ່ດັ່ງກ່າວຍິງປືນເພື່ອນາບຂູ່ຫລາຍກວ່າ 20 ລູກ ຈິ່ງເຮັດໃຫ້ເຂົາເຈົ້າຢຸດເຊົາການປະທ້ວງ.

ຮອງຫົວຫນ້າກອງບັນຊາການ ປກສ ແຂວງຄໍາມ່ວນ ກ່າວຢໍ້າວ່າ: ເຫດການທີ່ເກີດຂຶ້ນປະມານ 10 ກວ່ານາທີກໍຢຸດຕິລົງ ແລະ ບໍ່ມີຜູ້ໃດໄດ້ຮັບບາດເຈັບ. ສ່ວນຕົ້ນເຫດບໍ່ໄດ້ເກີດຈາກ ບໍລິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ແຕ່ເປັນຍ້ອນ ບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ຕິດຄ້າງເງິນເດືອນ ແລະ ເງິນຄ່າເດີນທາງກັບບ້ານຕາມທີ່ໄດ້ຕົກລົງກັບກໍາມະກອນຂອງຕົນ. ປັດຈຸບັນ ສະພາບການແມ່ນມີຄວາມສະຫງົບແລ້ວ ແລະ ອົງການປົກຄອງທີ່ກ່ຽວຂ້ອງມອບໃຫ້ບໍລິສັດດັ່ງກ່າວຮີບຮ້ອນໄກ່ເກ່ຍ ຫລື ແກ້ໄຂບັນຫາທີ່ເກີດຂຶ້ນຮ່ວມກັບກໍາມະກອນຂອງຕົນໃຫ້ສໍາເລັດໂດຍໄວ.

ShareTweetShare
Next Post
ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...