ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 30, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 3, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ
 ພະແນກສືບສວນ-ສອບສວນຄະດີອາຍາ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ມ້າງກຸ່ມແກ້ງປອມແປງເອກະສານ 5 ຄົນ ໃນລະຫວ່າງວັນທີ 22- 24 ພະຈິກ 2021, ໃນນີ້ມີ:

ທ້າວ ນ້ອຍ ອາຍຸ 19 ປີ ຢູ່ບ້ານຈອມມະນີໄຊເສດຖາ,

ທ້າວຈິດອານັນ ອາຍຸ 24 ປີ ກໍາມະກອນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ.

ທ້າວ ສົມສັກ ຫຼື ກົບ ອາຍຸ 27 ປີ ຄ້າຂາຍ ຢູ່ບ້ານ ໂນນສະຫວ່າງ ເມືອງໄຊເສດຖາ ນວ,

ທ້າວ ອານຸສິດ ຫຼື ເລ້ ອາຍຸ 43 ປີ ພະນັກງານ ຢູ່ບ້ານພະຂາວ ເມືອງໄຊທານີ.

ນາງ ອໍາພອນ ອາຍຸ 35 ປີ ປະຊາຊົນ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນວ.

ຂອງກາງຄະດີ ເກັບກູ້ມາໄດ້ມີ: ປ້າຍທະບຽນປອມ 5 ແຜ່ນ, ໃບຂັບຂີ່ພາຫະນະປອມ 14 ໃບ, ໃບທະບຽນພາຫະນະປອມ 8 ໃບ, ບັດປະຈໍາຕົວປອມ 2 ໃບ, ໃບເສຍຄ່າທາງປອມ 2 ໃບ, ໃບກວດກາເຕັກນິກປອມ 4 ໃບ, ປຶ້ມເຫຼືອງປອມ 3 ຫົວ, ໃບພີວີຊີກາດບໍ່ທັນໄດ້ພິມຕົວໜັງສື 40 ໃບ (ມີໄວ້ເພື່ອເຮັດ ແລະ ພິມຕົວໜັງສືໃສ່ປະເພດ ໃບຂັບຂີ່ຍານພາຫະນະປອມ, ໃບທະບຽນຍານພາຫະນະປອມ, ບັດປະຈໍາຕົວປອມ), ຕາປະທັບປອມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ 1 ຕາ, ຕາປະທັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ແຂວງຄໍາມ່ວນ ບໍ່ມີອະນຸຍາດໃຫ້ນໍາໃຊ້ ຫຼື ເອີ້ນວ່າຕາປະທັບປອມ 1 ຕາ, ກາຊື່ບຸກຄົນປອມ 3 ກາ, ກາຈໍ້າວັນທີ 1 ອັນ, ຄອມພີວເຕີຕັ້ງໂຕະ 1 ຊຸດ, ເຄື່ອງປິນເຕີ 2 ໜ່ວຍ, ເຄື່ອງລີດບັດແຂງ 1 ໜ່ວຍ ແລະ ເຄື່ອງຕັດເຈ້ຍ 1 ເຄື່ອງ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງ 5 ຄົນ ຮັບສາລະພາບວ່າ: ໄດ້ສົມຮູ້ຮ່ວມຄິດແບ່ງຄວາມຮັບຜິດຊອບກັນຕິດຕໍ່ພົວພັນກັບບັນດາບຸກຄົນ ແລະ ເຮັດທະບຽນປອມ ທີ່ຕ້ອງການແລ່ນເອກະສານຂຶ້ນທະບຽນໃບຂັບຂີ່ ແລະ ເສຍຄ່າທາງ ພາຍຫຼັງມີຄົນມາໃຊ້ບໍລິການ ພວກກ່ຽວໄດ້ພາກັນມາຜະລິດຕາປະທັບ ແລະ ກາຊື່ ທີ່ບໍ່ມີອະນຸຍາດນໍາໃຊ້, ປອມແປງດ້ວຍການຮຽກເກັບຄ່າແຮງງານ ລົດຈັກຄັນໜື່ງ 1.200 000 ກີບ, ເອກະສານລົດໃຫຍ່ 3.300 000 ກີບ, ຜ່ານມາໄດ້ຜະລິດທະບຽນລົດຈັກປອມ 15 ຄັນ, ທະບຽນລົດໃຫຍ່ 15 ຄັນ, ບັດປະຈໍາຕົວປອມ 2 ບັດ.

ໃນການເຮັດແມ່ນ ທ້າວອານຸສິດ ຫຼື ເລ້ ເປັນຜູ້ເຮັດ, ສ່ວນທ້າວສົມລັກ ຫຼື ກົບ, ນາງອໍາພອນ, ທ້າວຈິດອານັນ ແລະ ທ້າວນ້ອຍ ເປັນຜູ້ເອົາຂໍ້ມູນລາຍຊື່ບຸກຄົນທີ່ຕ້ອງການເຮັດເອກະສານປອມ ສົ່ງຂໍ້ມູນໃຫ້ທ້າວອານຸສິດ ຫຼື ເລ້.

ປັດຈຸບັນ ຄະດີດັ່ງກ່າວ ຢູ່ຂັ້ນຕອນສືບຕໍ່ເກັບກໍາຂໍ້ມູນຫຼັກຖານຂະຫຍາຍຜົນສືບຄົ້ນຫາຜູ້ທີ່ມີການຊັດທອດ ນໍາຕົວມາດໍາເນີນຄະດີຕາມກົດໝາຍ.

ShareTweetShare
Next Post
ດູຕົນເດ ແມ່ຕູ້ອາຍຸ 74 ປີຖືກປະຖິ້ມໄວ້ຢູ່ຄົນດຽວ ຫຼັງຈາກແບ່ງປັນມໍລະດົກ

ດູຕົນເດ ແມ່ຕູ້ອາຍຸ 74 ປີຖືກປະຖິ້ມໄວ້ຢູ່ຄົນດຽວ ຫຼັງຈາກແບ່ງປັນມໍລະດົກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...