ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃຜມັກການລ້ຽງບໍ່ຄວນເລື່ອນຜ່ານ…!!! ລ້ຽງສັດປີກ ແບບປະສົມປະສານ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຄອບຄົວ 100 ລ້ານກວ່າກີບ/ປີ

ກຂຄ ລາວ by ກຂຄ ລາວ
ເດືອນກັນຍາ 23, 2020
in ບົດຄວາມ
0
Home ບົດຄວາມ

ໃນການໃຊ້ຊີວິດປະຈຳວັນ ແລະການຊອກຢູ່ທຳກິນຂອງປະຊາຊົນລາວບັນດາເຜົ່ານັ້ນແມ່ນມີຫຼາກຫຼາຍວິທີດ້ວຍກັນ ນັ້ນແມ່ນຂຶ້ນຢູ່ກັບວ່າເຮົາຈະເລືອກເອົາວິທີໃດທີ່ຈະເໝາະສົມກັບຄວາມຮູ້ຄວາມສາມາດ

ຄຽງຄູ່ກັບຄວາມດຸໝັ່ນຂະຫຍັນພຽນບໍ່ວ່າຈະເປັນການຜະລິດເປັນສິນຄ້າ, ການຄ້າຂາຍບໍລິການ, ການເຮັດທຸລະກິດເລັກໆນ້ອຍໆພາຍໃນຄອບຄົວ ເພາະວ່າທຸກສິ່ງທຸກຢ່າງທີ່ເຮົາໄດ້ລົງມືເຮັດໄປນັ້ນຈະເປັນສິ່ງຕັດສິນອະນາຄົດຂອງຄອບຄົວຕົວເຮົາເອງຄື:

ດັ່ງກັບຄອບຄົວຂອງທ້າວ ບົວພັນ ອາຍຸ 59 ປີ, ປະຈຸບັນຢູ່ ບ້ານນ້ຳລາ ເມືອງນ້ຳບາກ ແຂວງຫຼວງພະບາງ ທ່ານໄດ້ບອກໃຫ້ຮູ້ວ່າ: ພາຍໃນຄອບຄົວມີທັງໝົດ 7 ຄົນ, ອາຊີບຕົ້ນຕໍແມ່ນເຮັດນາ ພໍແຕ່ກຸ່ມກິນໃນຄອບຄົວເທົ່ານັ້ນບໍ່ໄດ້ຂາຍເປັນສິນຄ້າ.

ໃນເມື່ອກ່ອນ ການລ້ຽງສັດປີກແມ່ນລ້ຽງແບບບໍ່ໄດ້ເອົາຫົວໃສ່ໃຈຊາປານໃດ ລ້ຽງແບບຕາມມີຕາມເກີດພໍໄດ້ກິນ ແລະ ຂາຍເລັກໆ ນ້ອຍໆ ເມື່ອເປັນແນວນັ້ນແລ້ວ ຈຶ່ງໄດ້ຕັດສິນໃຈເຮັດແບບເອົາຈິງເອົາຈັງກັບການລ້ຽງສັດປີກ

ປະເພດ:ໄກ່, ເປັດ, ນົກກະທາ ແລະ ຈົກໜອງລ້ຽງປາຈຳນວນໜຶ່ງ ນີ້ມາເປັນອາຊີບສຳຮອງ ໂດຍເລີ່ມລ້ຽງທຳອິດແມ່ນປີ 2015 ພາຍຫຼັງໄດ້ຈັດຕັ້ງປະຕິບັດມາໄລຍະໜຶ່ງສາມາດເຮັດໃຫ້ມີລາຍຮັບເຂົ້າສູ່ຄອບຄົວໄດ້ດີພໍສົມຄວນ

ແລະຊີວິດການເປັນຢູ່ກໍຄ່ອຍໆດີຂຶ້ນ ເພາະວ່າແນວພັນໄກ່ທີ່ເອົາມາລ້ຽງນັ້ນແມ່ນແນວພັນພື້ນເມືອງ, ທີ່ຫາໄດ້ຕາມທ້ອງຖິ່ນບ້ານເຮົາເອງ ທຳອິດມີແມ່ພັນ 30 ກວ່າໂຕ, ພໍ່ພັນປະມານ 9 ໂຕ, ເນື້ອທີ່ລ້ຽງ ແມ່ນໄດ້ເຮັດເປັນຂອບເຂດຈຳກັດ

ເພາະວ່າປ້ອງກັນບໍ່ໃຫ້ໄກ່ໄປລົບກວນເຄື່ອງປູກຂອງຝັງຂອງຄົນອື່ນ, ຕົ້ນທຶນໝູນວຽນໃນການລ້ຽງ ແມ່ນປະມານ 10 ກວ່າລ້ານກີບ, ການປະສົມພັນແມ່ນປ່ອຍໃຫ້ປະສົມພັນກັນເອງແບບທຳມະຊາດ

ແລະໃຫ້ແມ່ຝັກເອງ ແຕ່ວ່າບໍ່ໄດ້ຮັບຜົນດີປານໃດ ເມື່ອເປັນແນວນັ້ນແລ້ວ ຈຶ່ງໄດ້ຕັດສິນໃຈຊື້ຕູ້ຝັກໄຂ່ມາ 1 ຕູ້ ແລ້ວຄັດຈ້ອນເອົາໄຂ່ມາຝັກໃສ່ຕູ້ ຈຶ່ງໄດ້ຮັບຜົນດີກ່ອນການໃຫ້ແມ່ໄກ່ຝັກເອງ.

ຈາກການຕັດສິນໃຈລົງມືເຮັດແທ້ທຳຈິງ ແລະ ນຳໃຊ້ເຕັກນິກວິທີການທີ່ໄດ້ໄປຝຶກອົບຮົມມານັ້ນ ໃຫ້ເກີດປະໂຫຍດສູງສຸດມັນກໍສະແດງອອກໃຫ້ເຫັນໄດ້ເຊັ່ນ:

ສ້າງລາຍຮັບໃຫ້ກັບຄອບຄົວເດືອນໜຶ່ງປະມານ 2 ລ້ານກວ່າກີບ, ໃນການຂາຍນັ້ນນັບແຕ່ມື້ຝັກອອກມາ ຈົນຮອດ 3 ເດືອນ ແມ່ນສາມາດຂາຍໄດ້ໃນກິໂລໜຶ່ງ 35-40 ພັນກີບ, ເປັດກິໂລໜຶ່ງ 25-30 ພັນກີບ.

ທ່ານ ບົວພັນ ຍັງກ່າວຕື່ມອີກວ່າ: ເຫດຜົນທີ່ເຮັດໃຫ້ຢາກລ້ຽງສັດປີກແບບປະສົມປະສານນີ້ ກໍ່ຍ້ອນວ່າຕົນເອງໄດ້ໄປຮ່ວມຝຶກອົບຮົມເລື່ອງການລ້ຽງສັດປີກປະສົມປະສານກັບການລ້ຽງປາເປັນໜອງມາຫຼາຍເທື່ອແລ້ວ

ເພາະວ່າການລ້ຽງສັດປີກໃນຂອບເຂດທີ່ເຮົາຈຳກັດນັ້ນຈະໄດ້ຮັບຜົນດີ ກ່ອນການລ້ຽງແບບປ່ອຍຕາມທຳມະຊາດ ຫຼັງຈາກເຮັດການຜະລິດດ້ວຍການລ້ຽງສັດແບບປະສົມປະສານມານີ້ ເຮັດໃຫ້ມີລາຍຮັບເຂົ້າຄອບຄົວປີໜຶ່ງໄດ້ປະ ມານ 18 ຫາ 20 ລ້ານກວ່າກີບ ເປັນກຳໄລທັງໝົດຂອງປີທຳອິດແລະເພີ່ມຂື້ນເລື້ອຍໆໃນແຕ່ລະປີ

ທຽບໃສ່ແຕ່ເມື່ອກ່ອນຄອບຄົວຂາດໆເຂີນໆ ລາຍຮັບບໍ່ພຽງພໍກັບລາຍຈ່າຍ, ແຕ່ມາຮອດປະຈຸບັນນີ້ກໍ່ມີເຄື່ອງຮັບໃຊ້ໃນຄົວເຮືອນທີ່ຈຳເປັນ ແລະສາມາດປຸກເຮືອນຢູ່ຖາວອນ 1 ຫຼັງ, ມີເງິນທ້ອນຈຳນວນໜຶ່ງໄວ້ໃຊ້ໃນເວລາສຸກເສິນ

ສ່ວນແຜນການໃນອະນາຄົດແມ່ນຈະໃຫ້ລູກເປັນຜູ້ສືບຕໍ່ກິດຈະການ ທີ່ໄດ້ເຮັດມານີ້ໃຫ້ຫຼາຍກວ່າເກົ່າ, ຂະຫຍາຍເນື້ອທີ່ປູກຢາງພາລາຕື່ມ ແລະປັບປຸງສະຖານທີ່ໃຫ້ກວ້າງກວ່າເກົ່າ ແລະ ຈະສູ້ຊົນໃຫ້ມີລາຍຮັບປີໜຶ່ງໃຫ້ໄດ້ 70-100 ລ້ານກີບ.

ກະເສດຮອບຮູ້

ShareTweetShare
Next Post
ສາລະຄວນຮູ້…!!! ກ່ອນລົງມື “ລ້ຽງງົວ” ຕ້ອງຮູ້ມີຂໍ້ຄວນຄຳນືງທີ່ສຳຄັນແນວໃດແດ່ ? ກົດອ່ານເບິ່ງເລີຍ.

ສາລະຄວນຮູ້…!!! ກ່ອນລົງມື “ລ້ຽງງົວ” ຕ້ອງຮູ້ມີຂໍ້ຄວນຄຳນືງທີ່ສຳຄັນແນວໃດແດ່ ? ກົດອ່ານເບິ່ງເລີຍ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນ ນ້ຳຖ້ວມ-ດິນເຈື່ອນ ຢູ່ອິນເດຍ ມີຜູ້ເສຍຊີວິດ 25 ຄົນ
  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...