ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວຮ້າຍ !!! ນັກກິລາບານເຕະຊາຍຂອງລາວ ຖືກ FIFA ລົງໂທດແລ້ວ 45 ຄົນ ຍ້ອນມີສ່ວນສໍ້ໂກງ

Staff by Staff
ເດືອນມັງກອນ 9, 2022
in ທົ່ວໄປ
0
Home ທົ່ວໄປ

🔥 ຂ່າວຮ້າຍ !!! ນັກກິລາບານເຕະຊາຍຂອງລາວ ຖືກ FIFA ລົງໂທດແລ້ວ 45 ຄົນ ຍ້ອນມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ ⚽️

ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 7 ມັງກອນ 2022 ຢູ່ສະໜາມກິລາແຫ່ງຊາດຫລັກ 16, ນະຄອນຫລວງວຽງຈັນ ວ່າ:

ມາຮອດມາຮອດປັດຈຸບັນ, ມີນັກກິລາບານເຕະຊາຍຂອງລາວຖືກສະຫະພັນບານເຕະສາກົນ ຫຼື FIFA ລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດແລ້ວ 45 ຄົນຍ້ອນຖືກກວດສອບວ່າມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ (ລົ້ມບານ) ເຊີ່ງນັກກິລາຈໍານວນດັ່ງກ່າວ

ແມ່ນສະສົມມາເປັນເວລາຫລາຍປີ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການຄັດເລືອກເອົານັກກິລາບານເຕະທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນລາຍການລະດັບສາກົນຕ່າງໆ.

ສ່ວນ ທ່ານ ຄໍາແພງ ວົງຂັນຕີ, ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ຊີ້ແຈງວ່າ: ໄລຍະຜ່ານມາ ສະຫະ ພັນບານເຕະແຫ່ງຊາດລາວ ໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງຕໍ່ການສຶກສາອົບຮົມການເມືອງແນວຄິດນັກກິລາບານເຕະທຸກຄົນໃຫ້ມີນໍ້າໃຈຮັກຊາດ ແລະ ເສຍສະຫລະເພື່ອປະ ເທດຊາດ. ນອກຈາກນີ້ ກ່ອນການເຂົ້າຮ່ວມແຂ່ງຂັນລາຍ ການລະດັບສາກົນຕ່າງໆ

ສະຫະພັນບານເຕະອາຊີ ຫລື AFC ແບະສະຫະພັນບານເຕະແຫ່ງຊາດລາວ ກວດສອບພົບວ່ານັກກິລາທັງ 45 ຄົນ ມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນຈິ່ງຖືກລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດ.

ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວຢໍ້າຕື່ມວ່າ: ການກະທໍາຂອງນັກກິລາທັງ 45 ຄົນ ຖືເປັນການຕັດອະນາຄົດຂອງຕົນເອງ ແລະ ສະຫະພັນບານ ເຕະແຫ່ງຊາດລາວ ບໍ່ຕ້ອງການນັກກິລາແບບນີ້

ເຖີງວ່າເກັ່ງພຽງໃດກໍ່ຕາມ ເພາະການກະທໍາດັ່ງກ່າວ ນອກຈາກສ້າງຄວາມເສື່ອມເສຍໃຫ້ແກ່ຕົວນັກກິລາເອງ ຍັງສ້າງຄວາມເສື່ອມເສຍໃຫ້ແກ່ສະຫະພັນບານເຕະແຫ່ງຊາດ ແລະ ສ້າງຄວາມເສື່ອມເສຍຊື່ສຽງຂອງຊາດອີກ.

Source: ວິທະຍຸກະຈາຍສຽງແຫ່ງຊາດ,​ ຂ່າວມົດແດງນ້ອຍ,​ ພາບ ສຕລ.

ShareTweetShare
Next Post
ປາກິສະຖານ​ ເກີດພາຍຸຫິມະຕົກໜັກ ເຮັດໃຫ້ນັກທ່ອງທ່ຽວໜາວຕາຍ 21​ ຄົນ​ ຈາກອາກາດໜາວ.

ປາກິສະຖານ​ ເກີດພາຍຸຫິມະຕົກໜັກ ເຮັດໃຫ້ນັກທ່ອງທ່ຽວໜາວຕາຍ 21​ ຄົນ​ ຈາກອາກາດໜາວ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...