ປາກິສະຖານ ເກີດພາຍຸຫິມະຕົກໜັກ ເຮັດໃຫ້ນັກທ່ອງທ່ຽວໜາວຕາຍ 21 ຄົນ ຈາກອາກາດໜາວ.
ເຫດການດັ່ງກ່າວບໍ່ເຄີຍເກີດຂຶ້ນມາກ່ອນ ພາຍໃນ 24 ຊົ່ວໂມງ ຫິມະໄດ້ຕົກໜາ 44 ຊັງຕີແມັດ ມີພາຍຸຝົນຕົກ ແລະ ຫິມະຕົກໜັກ ອາກາດໜາວເຢັນເຮັດໃຫ້ນັກທ່ອງທ່ຽວຈຳນວນຫຼາຍແຫ່ຂຶ້ນພູໃນເມືອງເມີລີ່ ສະຖານທີ່ທ່ອງທ່ຽວຕາກອາກາດຍອດນິຍົມ ເພື່ອເບິ່ງຫິມະຕົກໃນຄືນວັນສຸກ-ເສົາ ວັນທີ 8 ມັງກອນຜ່ານມານີ້ ມີລົດເກືອບ 30.000 ຄັນ ຕິດຢູ່ທາງຂຶ້ນພູ ແລະ ເກີດເຫດບໍ່ຄາດຄິດ ພາຍຸລະດູໜາວ, ພາຍຸຫິມະ ເກີດຫິມະຕົກໜັກແບບບໍ່ເຄີຍເກີດຂຶ້ນມາກ່ອນ.

ນັກທ່ອງທ່ຽວ 21 ຄົນ ໄດ້ເສຍຊີວິດຈາກອາກາດໜາວ ເຊິ່ງມີຜູ້ເສນຊີວິດໃນລົດ ແລະ ຕາມລາຍງານການກູ້ໄພ ວັນທີ 8 ມັງກອນ .
ໄດ້ຊ່ວຍເຫຼືອຜູ້ຄົນ ແລະ ລົດໃຫຍ່ 23.000 ຄັນ ຕິດຢູ່ພູໄດ້ຢ່າງປອດໄພ, ຍັງມີລົດ 1.000 ຄັນ ຕິດຢູ່ໃນຊ່ວງປີໃຫມ່ 2022 ແລະ ນັກທ່ອງທ່ຽວ 125.000 ຄັນ ເຂົ້າມາໃນເມືອງມໍລີ່ ເຮັດໃຫ້ການສັນຈອນຕິດຂັດ
Source: World forum, Photos: samaa
Discussion about this post