ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮູ້ໄວ້ ຜູ້ຕິດເຊື້ອໂຄວິດຮັບຜິດຊອບຄ່າ ອາຫານ ແລະ ນ້ຳດື່ມໃນໄລຍະປິ່ນປົວ

ກຂຄ ລາວ by ກຂຄ ລາວ
ເດືອນທັນວາ 14, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນໄລຍະຜ່ານມາ ທາງພາກລັດ ແລະ ອົງການຈັດຕັ້ງສາກົນ ກໍ່ໃຫ້ການສະໜັບສະໜູນ ດ້ານງົບປະມານເຂົ້າໃນ ວຽກງານຄວບຄຸມ ແລະ ແກ້ໄຂສະພາບການລະບາດເຊື້ອພະຍາດໂຄວິດ-19 ເຊັ່ນ: ທາງອົງການກາແດງສະວິດ ໄດ້ສະໜັບສະໜູນຄ່າອາຫານ ສໍາລັບຜູ້ຕິດເຊື້ອ ຢູ່ຕາມໂຮງໝໍແຂວງ ຫຼື ສູນປິ່ນປົວແຕ່ລະເມືອງ ມາຕະຫຼອດ, ແຕ່ມາຮອດປະຈຸບັນທາງອົງການກາແດງໄດ້ຢຸດ ສະໜັບສະໜູນໂຈະສະໜອງອາຫານ, ນ້ຳດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ສູນປິ່ນປົວແຕ່ລະເມືອງ ຢູ່ແຂວງວຽງຈັນ.

ຕໍ່ສະພາບການໂຈະສະໜັບສະໜູນດັ່ງກ່າວ, ຄະນະສະເພາະກິດເພື່ອປ້ອງກັນການລະບາດຂອງພະຍາດ ໂຄວິດ-19​ ແຂວງ​ວຽງຈັນ ຈຶ່ງຈຳເປັນຕ້ອງໄດ້ຮຽກຮ້ອງມາຍັງ ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ຈະມາປິ່ນປົວຢູ່ໂຮງໝໍແຂວງ ຫຼື ສູນປິ່ນປົວແຕ່ລະເມືອງ ປະກອບສ່ວນຊ່ວຍຄ່າອາຫານ,ນ້ຳດື່ມ ແລະ ຢາປີ່ນປົວ ຈໍານວນໜຶ່ງ ຊຶ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນທີ 13 ທັນວາ 2021 ເປັນຕົ້ນໄປ ໂດຍລະບຸໄວ້ວ່າ:

ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ນອນປີ່ນປົວຢູ່ສູນຕ່າງໆພາຍໃນແຂວງ ແມ່ນຈະໄດ້ຈ່າຍຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມດ້ວຍຕົນເອງ. ໂດຍກໍານົດ ຄ່າອາຫານ 35.000 ກີບ/ຄົນ/ມື້ (ອາຫານສາມຄາບ), ຄ່ານ້ຳດື່ມ 7.000ກີບ/ຄົນ/ມື້​ ໄລຍະນອນປິ່ນປົວຜູ້ທີ່ມີອາການປົກກະຕິແມ່ນ 14 ວັນ ລວມມູນຄ່າ 588.000 ກີບ/ຄົນ, ກໍລະນີຜູ້ທີ່ຕິດເຊື້ອບໍ່ຫາຍດີຕາມກໍານົດ ແມ່ນຈະໄດ້ສືບຕໍ່ປິ່ນປົວ ແລະ ຈະໄດ້ຈ່າຍເພີ່ມອີກຕາມວັນທີ່ນອນປິ່ນປົວຕົວຈີງ.

ໃນນັ້ນ ພາກສ່ວນໂຮງຈັກ, ໂຮງງານ ຫຼື ສະຖານທີ່ຕ່າງໆທີ່ມີສະມາຊິກ, ກຳມະກອນ ກໍລະນີເກີດລະບາດຢູ່ສະຖານທີ່ດັ່ງກ່າວແມ່ນໃຫ້ພົວພັນທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງໂຮງໝໍພາກສະໜາມປິ່ນປົວຢູ່ກັບທີ່ ສ່ວນຄ່າໃຊ້ຈ່າຍຕ່າງໆແມ່ນມອບໃຫ້ພາກສ່ວນກ່ຽວຂ້ອງເປັນຜູ້ຮັບຜິດຊອບເອງ.

ສ່ວນ ບັນດາສຳນັກງານ, ອົງການ, ພະແນກການ, ກົມກອງ, ລັດວິສາຫະກິດ, ບັນດາຫົວໜ່ວຍທຸລະກິດຕ່າງໆໃຫ້ມີມາດຕະການປ້ອງກັນຕົນເອງ, ຖ້າຫາກພະນັກງານທີ່ສັງກັດຢູ່ໃນຄວາມຮັບຜິດຊອບຂອງຕົນ ຫາກມີກໍລະນີຜູ້ຕິດເຊື້ອ ແມ່ນຈະໄດ້ມອບໃຫ້ພາກສ່ວນດັ່ງກ່າວ ເປັນຜູ້ຮັບຜິດຊອບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມດ້ວຍຕົນເອງ, ທາງພາກລັດແມ່ນຈະໄດ້ຮັບຜິດຊອບແຕ່ ສະຖານທີ່ປິ່ນປົວ, ຢາປົວພະຍາດ ແລະ ອຳນວຍຄວາມສະດວກຕ່າງໆໃນການຮັບເຂົ້າສູນ ປິ່ນປົວ.

ສໍາລັບ ຜູ້ທີ່ມີເງື່ອນໄຂ ຫຼື ບໍ່ສະດວກທີ່ຈະເຂົ້າໄປປິ່ນປົວຢູ່ໃນສູນ,​ ທາງຄະນະສະເພາະກິດແຂວງ ແລະ ເມືອງໄດ້ກໍານົດໄວ້ ແມ່ນສາມາດປີ່ນປົວຢູ່ເຮືອນ ຫຼື ໂຮງແຮມ. ສະເພາະຜູ້ມີເງື່ອນໄຂດ້ານເສດຖະກິດ ໂດຍມີວິຊາການແພດປິ່ນປົວປະຈຳ, ແຕ່ທາງພາກສ່ວນກ່ຽວຂ້ອງຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍພັກເຊົາ ຕາມລາຄາທີ່ທາງໂຮງແຮມໄດ້ ກຳນົດໄວ້.

ShareTweetShare
Next Post
ຢ່າຫາເຮັດ ເຈົ້າໜ້າທີ່​ຕາມທັນແລ້ວ ຊາຍຜູ້ຍ່ຽວກາງທາງສາທາລະນະ

ຢ່າຫາເຮັດ ເຈົ້າໜ້າທີ່​ຕາມທັນແລ້ວ ຊາຍຜູ້ຍ່ຽວກາງທາງສາທາລະນະ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...