ເຫດເກີດເມື່ອວັນທີ 22 ພະຈິກ 2021 ຢູ່ທີ່ເມືອງ Waukesha ລັດ Wisconsin ໄດ້ມີລົດ SUV ຄັນໜຶ່ງ ຂັບໄປຕໍາຂະບວນຄຣິສມາສ ທີ່ເຕັມໄປດ້ວຍຜູ້ຄົນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງຕໍ່າ 5 ກໍລະນີ ແລະ ໄດ້ຮັບບາດເຈັບອີກ 40 ຄົນ, ຕໍາຫຼວດສາມາດຈັບໂຕຜູ້ກໍ່ເຫດໄດ້ແລ້ວ.
![](https://kkklao.com/wp-content/uploads/2021/11/3.1-8-1024x576.jpg)
ຜູ້ກໍ່ເຫດມີຊື່ວ່າ ທ້າວ ດາເຣວ ບຣູກ ອາຍຸ 39 ປີ ໂດຍສໍານັກງານອາຍະການເຂດວໍເຄຊາ ໄດ້ຍື່ນຟ້ອງດ້ວຍຂໍ້ຫາຄາດຕະກໍາໂດຍເຈດຕະນາ, ຢ່າງໃດກໍຕາມ ທ້າວ ດາເຣວ ເຄີຍພົວພັນເລື່ອງກົດໝາຍມາຫຼາຍຄັ້ງ ແລະ ຖືກຕັ້ງຂໍ້ຫາຄະດີອາດຊະຍາກໍາມາແລ້ວຢ່າງຕໍ່າ 12 ຄັ້ງ ໃນຊ່ວງ 22 ປີທີ່ຜ່ານມາ ແລະ ເມື່ອປະມານ 3 ອາທິດກ່ອນໜ້າທີ່ເຂົາຈະກັບລົດຕໍາຂະບວນຄຣິສມາສນີ້ ເຂົາກໍໄດ້ຂັບລົດຕໍາເມຍຂອງຕົນເອງ ຈົນຖືກຈັບໄດ້ໃນວັນທີ 2 ພະຈິກ ດ້ວຍຂໍ້ຫາ ເປັນອັນຕະລາຍຕໍ່ຄວາມປອດໄພ, ຂັດຂວາງການເຮັດວຽກຂອງເຈົ້າໜ້າທີ່, ໜີການປະກັນຕົວ, ກໍ່ຄວາມຮຸ່ນແຮງພາຍໃນຄອບຄົວ ແລະ ທໍາຮ້າຍຮ່າງກາຍ.
![](https://kkklao.com/wp-content/uploads/2021/11/3.21.jpg)
ປະຫວັດອາດຊະຍາກໍາຂອງເຂົາ ໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນທີ່ເຂົາອາຍຸໄດ້ພຽງ 17 ປີ ໃນປີ 1999 ແລະ ໄດ້ກໍ່ເຫດຫຼາກຫຼາຍຄະດີຈົນເຖິງປັດຈຸບັນ. ໃນນັ້ນຍັງລວມມີຄະດີການລ່ວງລະເມີດທາງເພດອີກດ້ວຍ.
Discussion about this post