ພຽງແຕ່ 1 ອາທິດນັບແຕ່ ວັນທີ 15-21 ພະຈິກ 2021, ເຈົ້າໜ້າທີ່ພະແນກຕໍາຫຼວດ ຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບອຸບັດຕິເຫດເກີດຂຶ້ນທັງໝົດມີ 15 ຄັ້ງ; ມີຄົນໄດ້ຮັບບາດເຈັບ 11 ຄົນ, ຍິງ 4 ຄົນ ແລະ ເສຍຊີວິດ 4 ຄົນ, ຍິງ 1 ຄົນ. ສາເຫດເກີດຈາກນັກຂັບຂີ່ລະເມີດກົດຈະລາຈອນ, ຂັບຂີ່ພາຫະນະໄວເກີນກໍານົດ ແລະ ແລ່ນອອກຈາກທິດທາງຂອງຕົນບໍ່ຮັບປະກັນ.

ເຈົ້າໜ້າທີ່ພະແນກຕໍາຫຼວດ ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍໃນ 1ອາທິດທີ່ຜ່ານມາມີອຸບັດຕິເຫດເກີດຂຶ້ນທັງໝົດ 15 ຄັ້ງ ພາໃຫ້ມີຜູ້ເສຍຊີວິດ 4 ຄົນ, ສາເຫດແມ່ນເກີດຈາກລົດຍົນຕໍາກັບລົດຈັກຄື: ກໍລະນີທີ1: ຕໍາກັນຢູ່ເຂດບ້ານປາກແຖບ ເມືອງສັງທອງ ນວ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ; ກໍລະນີທີ2: ຕໍາກັນຢູ່ເຂດບ້ານບໍ່ເຫຼັກ ເມືອງໄຊທານີ ນວ ຜູ້ຂັບຂີ່ລົດຈັກເສຍຊີວິດ 1 ຄົນ ແລະ ກໍລະນີທີ3: ຕໍາກັນຢູ່ເຂດ ບ້ານໂພນໄຮຄໍາ ເມືອງໄຊທານີ ນວ ເສຍຊີວິດ 2 ຄົນ, ຍິງ 1 ຄົນ ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍ.

ເພື່ອຫຼຸດຜ່ອນບັນຫາອຸບັດຕິເຫດ ຢູ່ ນວ ກອງບັນຊາການ ປກສ ນວ ຮຽກຮ້ອງໃຫ້ນັກຂັບຂີ່ຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ມີສະຕິໃນການຂັບຂີ່, ບໍ່ໃຊ້ຄວາມໄວເກີນກໍານົດ, ບໍ່ດື່ມສິ່ງມືນເມົາແລ້ວຂັບຂີ່ພາຫະນະ, ບໍ່ລວງໄຟອຳນາດ ແລະ ການປ່ຽນທິດທາງການສັນຈອນ ຕ້ອງໃຫ້ມີຄວາມຮັບປະກັນ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງ
Discussion about this post