ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກະຊວງກະສິກຳເປີດການນຳໃຊ້ ລະບົບການຄຸ້ມຄອງ ຂໍ້ມູນຊັບພະຍາກອນດິນ

jon by jon
ເດືອນພະຈິກ 19, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 18 ພະຈິກ ຜ່ານມາ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມມືກັບ ອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ (FAO) ເປີດການນຳໃຊ້ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ເພື່ອນຳສະເໜີລະບົບດັ່ງກ່າວ, ໃຫ້ແກ່ການນຳຂັ້ນ ກະຊວງ, ບັນດາກົມ, ໂຄງການ ແລະ ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຜູ້ປະກອບການ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ໃນການນຳໃຊ້ ລະບົບ LRIMS ທົ່ວເຖິງຢ່າງມີປະສິດທິພາບ.

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ສະພາບການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດ ຂອງມວນມະນຸດ, ກະທົບຕໍ່ທຳມະຊາດ ແລະ ກະທົບຕໍ່ເສດຖະກິດ ໂດຍສະເພາະ ແມ່ນການຜະລິດກະສິກຳ ແລະ ປ່າໄມ້ ທີ່ມີລະດັບຄວາມຮຸນແຮງ ທີ່ແຕກຕ່າງກັນໃນແຕ່ລະເຂດ. ເພື່ອຮັບມືກັບສະພາບການປ່ຽນແປງດິນຟ້າອາ ກາດ ລັດຖະບານລາວ ໄດ້ເນັ້ນໃສ່ການວາງແຜນນໍາໃຊ້ທີ່ດິນ ແລະ ກຳນົດມາດຕະການທີ່ຈຳເປັນອັນເລັ່ງດ່ວນ ເພື່ອປ້ອງກັນໄພທຳມະຊາດ ທີ່ອາດຈະເກີດຂຶ້ນໃນອະນາຄົດ. LRIMS ແມ່ນໜຶ່ງເວັບໄຊຂອງລະບົບຂໍ້ມູນທາງພື້ນທີ່/ແຜນທີ່ ຂະໜາດໃຫຍ່ ໂດຍການລວບລວມເອົາຂໍ້ມູນ ກ່ຽວກັບ ການຄຸ້ມຄອງທີ່ດິນ ແລະ ການປ່ຽນແປງດິນຟ້າອາກາດ ສຳລັບການຜະລິດກະສິກຳ.ທ່ານ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ກ່າວຕື່ມວ່າ: ໄລຍະຜ່ານມາ, ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ມີຄວາມພະຍາຍາມ ໃນການສ້າງລະບົບຂໍ້ມູນໃນ ສປປ ລາວ ໂດຍການຮ່ວມມືກັບອົງການ FAO ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວໃຫ້ເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ເຊິ່ງໄດ້ຈັດຕັ້ງປະຕິບັດມາແຕ່ເດືອນກໍລະກົດ 2017 ຫາ ກໍລະກົດ 2022 ໂດຍໄດ້ຮັບທຶນຊ່ວຍເຫລືອ ຈາກກອງທຶນສິ່ງແວດລ້ອມໂລກ ຜ່ານອົງການ FAO ຈໍານວນ 5,4 ລ້ານ ໂດລາ. ໂຄງການດັ່ງກ່າວ, ໄດ້ສຶກສາ ແລະ ພັດທະນາຂໍ້ມູນ ກ່ຽວກັບຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ຕໍ່ການຜະລິດກະສິກຳ. ເພື່ອຮັບມືກັບສິ່ງທ້າທາຍນີ້, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ສ້າງແຜນທີ່ ຄວາມປົກຫຸ້ມທີ່ດິນກະສິກຳ, ປັບປຸງແຜນທີ່ດິນໃໝ່ ແລະ ບັນດາຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ພ້ອມນີ້, ຍັງໄດ້ຮ່ວມມືກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ສ້າງຂໍ້ມູນແຜນທີ່ພູມອາກາດ 30 ປີ ຜ່ານມາ ຂອງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການກຳນົດແບ່ງເຂດລະບົບນິເວດກະສິກຳ ສຳລັບປູກພືດ ໃນປັດຈຸບັນ ແລະ ອະນາຄົດ.

ແຜນທີ່ດິນກະສິກຳ, ແຜນທີ່ພູມອາກາດ ແລະ ບັນດາຂໍ້ມູນຕ່າງໆ ທີ່ໄດ້ຮັບຈາກການຈັດຕັ້ງປະ ຕິບັດໂຄງການເທື່ອນີ້ ຈະເປັນຂໍ້ມູນສຳຄັນໃນການວາງແຜນປູກພືດໃນສະເພາະໜ້າ ແລະ ຍາວນານ, ເປັນຂໍ້ມູນໃນການວາງແຜນຄຸ້ມຄອງ ແລະ ພັດທະນາທີ່ດີນ, ພ້ອມທັງສາມາດກວດສອບຄວາມເໝາະສົມ ໃນການລົງທຶນກະສິກໍາຕໍ່ກັບທີ່ດິນໄດ້. ລະບົບດັ່ງກ່າວ, ຍັງຈະຊ່ວຍສະໜັບສະໜູນ ການກຳນົດນະໂຍບາຍ ແລະ ຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ວາລະແຫ່ງຊາດ ໂດຍສະເພາະ ໃນວຽກງານການພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

ຂ່າວ: ມະນີທອນຂໍ້ມູນ-ພາບ: ກະຊວງກະສິກຳ ແລະ ປ່າໄມ້

ShareTweetShare
Next Post
ອັດຕາທຳລາຍປ່າອາເມຊອນ  ເພີ່ມຂຶ້ນ22%ສູງ ທີ່ສຸດໃນຮອບ 15 ປີ

ອັດຕາທຳລາຍປ່າອາເມຊອນ ເພີ່ມຂຶ້ນ22%ສູງ ທີ່ສຸດໃນຮອບ 15 ປີ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...