ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 29, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບໍລິສັດ ພອນສິຣິກຮຸບ ມອບທຶນອຸປະກອນຕ້ານໂຄວິດ ໃຫ້ອົງການກາແດງລາວ

jon by jon
ເດືອນພະຈິກ 15, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 15 ພະຈິກ 2021 ນີ້, ບໍລິສັດ ພອນສິຣິກຮຸບ ຈຳກັດ ໄດ້ນຳເອົາ ຜ້າອັດປາກ-ດັງ ຈຳນວນ 51 ກັບ, ເຈວລ້າງມື 51 ຂວດ, ເຫລົ້າ 90 ຈໍານວນ 31 ຂວດ, ຊຸດປ້ອງກັນ 100 ຊຸດ, ຖົງມືຂ້າເຊື້ອ 31 ກັບ, ເຄື່ອງວັດແທກອຸນຫະພູມ 5 ຊຸດ, ໝີ່ 31 ແກັດ, ໄຂ່ໄກ່ 31 ແພັກ ແລະ ເງິນສົດຈໍານວນ 3 ລ້ານກວ່າກີບ, ລວມມູນຄ່າທັງໝົດ 17.633.000 ກີບ ມາມອບໃຫ້ ອົງການກາແດງລາວ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19, ຕາງໜ້າມອບໂດຍ ທ່ານ ແກ້ວ ຈັນທະວົງດ໌ ປະທານບໍລິຫານ ບໍລິສັດ ພອນສິຣິກຮຸບ ຈຳກັດ ແລະ ຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ໂດຍມີພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ພອນສິຣິກຮຸບ ຈຳກັດ ທີ່ໄດ້ປະກອບສ່ວນວັດຖຸ-ປັດໄຈຊ່ວຍເຫລືອໃນວຽກງານຕ້ານພະ ຍາດໂຄວິດ-19 ໃນຄັ້ງນີ້, ພ້ອມທັງລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ອົງການກາແດງລາວ ໄດ້ປະກອບສ່ວນໃນວຽກງານ ໂຄສະນາເຜີຍແຜ່ມາດຕະການປ້ອງກັນການຕິດເຊື້ອ, ແພ່ເຊື້ອຢູ່ໃນຊຸມຊົນ ແລະ ສູນຈຳກັດບໍລິເວນ, ໄດ້ນຳພາເຮັດກິດຈະກຳອອກກຳລັງກາຍ, ອະນາໄມ, ບຳບັດສຸຂະພາບຈິດ ໃຫ້ແກ່ຜູ້ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ, ພົ່ນຢາຂ້າເຊື້ອຢູ່ໃນຊຸມຊົນ-ສູນຈຳກັດບໍລິເວນ, ແຈກຢາຍອາຫານຢູ່ສູນຈຳກັດບໍລິເວນ ແລະ ໂຮງໝໍພາກສະໜາມບາງແຫ່ງ ທີ່ມີການຊ່ວຍເຫລືອຈາກອົງການກາແດງ, ຈັດຕັ້ງໃຫ້ມີລົດກູ້ໄພປະຈຳຢູ່ສູນຈຳກັດບໍລິເວນ ເພື່ອແກ້ໄຂສຸກເສີນ ແລະ ສົ່ງຄົນເຈັບ ຢູ່ສູນຈໍາກັດບໍລິເວນໄປໂຮງໝໍ ແລະ ອື່ນໆ.

ການປະກອບສ່ວນຊ່ວຍເຫລືອຂອງ ບໍລິສັດ ພອນສິຣິກຮຸບ ຈຳກັດ ໃນຄັ້ງນີ້, ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປັດຈຸບັນ ເຊິ່ງໄດ້ສະ ແດງເຖິງຄວາມມີສະຕິຕື່ນຕົວທາງດ້ານການເມືອງ, ຄວາມເສຍສະຫລະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະພະນັກງານ ແພດໝໍ, ອາສາສະໝັກ ແລະ ເຈົ້າໜ້າທີ່ທຸກຄົນ ທີ່ພວມປະຕິບັດໜ້າທີ່ຕ້ານການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເງິນ ແລະ ເຄື່ອງຊ່ວຍເຫລືອດັ່ງກ່າວ ໃຫ້ຖືກກັບຈຸດປະສົງ ແລະ ເປົ້າໝາຍ ເພື່ອໃຫ້ເກີດປະ ໂຫຍດສູງສຸດ

.ຂ່າວ: ທະນູທອງ

ShareTweetShare
Next Post
ຂ່າວເສົ້າ!..ອຸບັດຕິເຫດຂັບຂີ່ລົດໃຫຍ່ຢຽບເດັກນ້ອຍ ເສຍຊີວິດຄາທີ່ 1ຄົນ

ຂ່າວເສົ້າ!..ອຸບັດຕິເຫດຂັບຂີ່ລົດໃຫຍ່ຢຽບເດັກນ້ອຍ ເສຍຊີວິດຄາທີ່ 1ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...