ໃນວັນທີ 15.11.2021 ເວລາ 09:36ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່(ລົດຮຸນໄດຂົນສົ່ງນ້ຳດື່ມ) ຢຽບເດັກນ້ອຍ ຢູ່ທີ່ບ້ານ ດອນເກົ່າ ນະຄອນຫລວງພະບາງ .
ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ01ຄົນ ຊື່:ທ້າວລາຍອີ ອາຍຸ 02ປີ ປັດຈຸບັນຢູ່ບ້ານ ດອນເກົ່າ ນະຄອນຫຼວງພະບາງ.
![](https://kkklao.com/wp-content/uploads/2021/11/61-2.jpg)
ທາງຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍ
![](https://kkklao.com/wp-content/uploads/2021/11/62-6.jpg)
![](https://kkklao.com/wp-content/uploads/2021/11/63-3.jpg)
![](https://kkklao.com/wp-content/uploads/2021/11/64-2.jpg)
Discussion about this post