ວັນທີ 9 ພະຈິກ 2021, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສະແດງ ຕົວປິດລ້ອມລົດເປົ້າ ໝາຍຢາເສບຕິດ ເພື່ອຈັບກຸມ, ແຕ່ເປົ້າໝາຍບໍ່ໃຫ້ຄວາມຮ່ວມມື ແລະ ຍັງເອົາຕົວຫຼົບໜີ,ເຈົ້າໜ້າທີ່ຈິ່ງນຳໃຊ້ປືນຍິງຕີນລົດເປົ້າໝາຍ, ສາມາດ ຕິດຕາມຈັບ ຕົວທ້າວ ວັນນະເລດ ຫຼື ຕະ ອາຍຸ 29 ປີ ແລະ ນາງ ແຄັດຕີ້ ອາຍຸ 20 ປີ, ທັງສອງຜົວເມຍ ກຳມະກອນ ຢູ່ບ້ານທ່າແຂກໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ພ້ອມຢາບ້າຈຳນວນໜຶ່ງ.

ພັນໂທ ພົມມະລາ ບົວລະພາ ຫົວໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ໃນເວລາ 14:00 ໂມງ ຂອງວັນທີ 9 ພະຈິກ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງທ່າແຂກ ໄດ້ຮັບລາຍງານຈາກເພື່ອນຮ່ວມງານ ວ່າຈະ ມີການນັດສົ່ງຢາເສບຕິດ ( ຢາບ້າ ) ຢູ່ຂອບເຂດບ້ານນາບວບ ເມືອງທ່າແຂກ, ເຈົ້າໜ້າທີ່ ໄດ້ເກັບກຳຂໍ້ມູນ ເຫັນວ່າເປັນຄວາມຈິງ ຈິ່ງແຕ່ງຕັ້ງກຳລັງຕິດຕາມ ເປົ້າໝາຍ.

ຮອດເວລາປະມານ 15:00 ໂມງ ຂອງວັນດຽວກັນ ໄດ້ມີລົດເກງອີແລນຕ້າ ສີດຳບໍ່ຕິດ ປ້າຍທະບຽນ ແລ່ນອອກຈາກເມືອງທ່າແຂກ ມຸ່ງໜ້າໄປທາງບ້ານນາບວບ, ພໍໄດ້ຮອດ ຈຸດນັດພົບ ລົດຄັນດັ່ງກ່າວໄດ້ຈອດຢູ່ແຄມທາງ ເລກ ທີ 13 ໃຕ້ ໃນເວລາຕໍ່ມາ ເຈົ້າໜ້າທີ່ໄດ້ຕິດຕາມ ແລະ ສະແດງຕົວປິດລ້ອມເພື່ອຈັບກຸມ ພ້ອມທັງບອກ ເປົ້າໝາຍລົງຈາກລົດເພື່ອກວດກາ, ແຕ່ບໍ່ຍອມໃຫ້ຄວາມຮ່ວມມື ແລະ ຍັງໃຊ້ລົດເກງ ຕຳລົດຂອງເຈົ້າໜ້າທີ່ ເພື່ອຫຼົບໜີ.
ເມື່ອເຫັນເປັນແນວນັ້ນ ທາງເຈົ້າໜ້າທີ່ ຈຶ່ງນຳໃຊ້ປືນໃສ່ຕີນລົດ ຈໍານວນ 8 ນັດ ເຮັດ ໃຫ້ຕີນຫຼັງເບື້ອງຂົວແຕກ, ແຕ່ເປົ້າໝາຍ ກໍຍັງສືບຕໍ່ຂັບຂີ່ລົດລົດໜີ ແລະ ໄດ້ຖິ້ມຢາ ບ້າ ຢູ່ເຂດບ້ານນາໂດນ ຈາກນັ້ນ ກໍຖິ້ມໂທລະສັບ 2 ໜ່ວຍຢູ່ບ້ານນາສະອາດ; ພາຍຫຼັງໜີໄປໄດ້ 12 ກິໂລແມັດ ເຈົ້າ ໜ້າທີ່ສາມາດຈັບຕົວໄດ້ທັນ ຢູ່ທີ່ໜ້າໂຮງຮຽນ ວິຊາຊີບດົງກະແສນ ເມືອງທ່າແຂກ ແຂວງຄໍາມ່ວນ ພ້ອມຢາເສບຕິດ ຈຳນວນໜຶ່ງ
Discussion about this post