ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສິງກະໂປ​ ອອກມາດຕະການ ບໍ່ສັກວັກຊິນບໍ່ມີສິດໄດ້ຮັບການກວດ ແລະ ປິ່ນປົວ

jon by jon
ເດືອນພະຈິກ 12, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ອີງຕາມຂ່າວຕ່າງປະເທດລາຍງານ: ກະຊວງສາທາລະນະສຸກສິງກະໂປ ໄດ້ອອກຖະແຫຼງໃນວັນທີ 10 ພະຈິກ​ 2021​ ຜ່ານມາວ່າ: ຕະຫຼອດໄລຍະເວລາທີ່ຜ່ານມາ ລັດຖະບານສິງກະໂປ ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການກວດ ແລະ ການປິ່ນປົວໂຄວິດ-19 ບໍ່ວ່າຄົນເຈັບຈະເປັນຄົນສິງກະໂປ ຫຼື ຄົນຕ່າງປະເທດ ທີ່ອາໄສຢູ່ຖາວອນໃນສິງກະໂປ ເພື່ອຫຼຸດຜ່ອນຄວາມບໍ່ແນ່ນອນທີ່ເກີດຈາກການລະບາດຂອງພະຍາດດັ່ງກ່າວ.

ປັດຈຸບັນ, ການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃນປະເທດສິງກະໂປ ກວມ 85% ຂອງປະຊາກອນ, ແຕ່ເຖິງແມ່ນວ່າຜູ້ທີ່ໄດ້ຮັບການສັກຢາວັກຊິນຄົບໂດສແລ້ວກໍຍັງມີໂອກາດຕິດໂຄວິດ-19 ໄດ້. ສະນັ້ນ,​ ຖ້າປະຊາກອນກຸ່ມນີ້ຕ້ອງໄດ້ຮັບການກວດ ແລະ ປິ່ນປົວພະຍາດດັ່ງກ່າວ ລັດຖະບານຈະຍັງສືບຕໍ່ເປັນຜູ້ເບີ່ງແຍງຄ່າໃຊ້ຈ່າຍໃຫ້. ນັ້ນໝາຍຄວາມວ່າພວກເຂົາຈະໄດ້ຮັບການກວດ ແລະ ປິ່ນປົວໂດຍບໍ່ໄດ້ເສຍຄ່າ.

ສໍາລັບຂອງປະຊາຊົນຈໍານວນໜຶ່ງ ຊຶ່ງສະໝັກໃຈປະຕິເສດ ທີ່ຈະເຂົ້າຮັບການສັກວັກຊິນປ້ອງກັນໂຄວິດ-19 ດ້ວຍເຫດຜົນທີ່ບໍ່ກ່ຽວຂ້ອງກັບການແພດ ນັບແຕ່ວັນທີ 8 ທັນວາ 2021 ເປັນຕົ້ນໄປ, ຖ້າພວກເຂົາເຈັບປ່ວຍດ້ວຍ ພະຍາດໂຄວິດ-19 ເຖິງຂັ້ນຕ້ອງເຂົ້າໂຮງໝໍ ຫຼື ສະຖານພະຍາບານປະເພດໃດໆກໍ່ຕາມ ບຸກຄົນນັ້ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍປິ່ນປົວທັງໝົດເອງ. ຍົກເວັ້ນແຕ່ຄົນເຈັບທີ່ຜົນພິສູດທາງການແພດຢືນຢັນວ່າ ພວກເຂົາເຈົ້າບໍ່ສາມາດຮັບວັກຊິນໄດ້. ລວມທັງເດັກນ້ອຍອາຍຸຕໍ່າກວ່າ 12 ປີ.

ShareTweetShare
Next Post
12ພະຈິກ2021 ຕິດເຊື້ອໃໝ່ 1198ຄົນ ເສຍຊີວິດ 1.! ຊຸມຊົນນະຄອນຫຼວງ 579ຄົນ

12ພະຈິກ2021 ຕິດເຊື້ອໃໝ່ 1198ຄົນ ເສຍຊີວິດ 1.! ຊຸມຊົນນະຄອນຫຼວງ 579ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...