ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 28, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເປີດ ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າ ທົ່ວປະເທດ ສະໄໝທີ IV

jon by jon
ເດືອນພະຈິກ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ສະໄໝທີ IV ໃນວັນທີ 9 ພະຈິກ 2021 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານຫານງານສູນກາງພັກ, ປະທານປະເທດແຫ່ງ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີປະທານສະຫະພັນນັກຮົບເກົ່າແຕ່ລະແຂວງ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ຄໍາຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າ ໄດ້ຜ່ານຮ່າງບົດສະຫລຸບລາຍງານ, ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ III ໃນໄລຍະ 5 ປີຜ່ານມາ (2016-2020) ໂດຍໄດ້ຍົກໃຫ້ເຫັນເຖິງພາລະບົດບາດຂອງນັກຮົບເກົ່າ, ເຊິ່ງໄລຍະຜ່ານມານັກຮົບເກົ່າໄດ້ຖືສໍາຄັນ ແລະ ເອົາໃຈໃສ່ເຮັດວຽກງານອົບຮົບການເມືອງ-ແນວຄິດ, ປຸກລະດົມສະມາຊິກນັກ ຮົບເກົ່າ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດດ້ວຍຄວາມເປັນເຈົ້າການ, ວຽກງານດັ່ງກ່າວແມ່ນໜ້າທີ່ການເມືອງທີ່ສໍາຄັນ ຂອງຄະນະສະຫະພັນນັກຮົບເກົ່າແຕ່ລະຂັ້ນ ແລະ ສະມາຊິກນັກຮົບເກົ່າທຸກຄົນ, ທັງເປັນອຸດົມການອັນສະເໝີຕົ້ນສະເໝີປາຍ, ຈິດໃຈບໍລິສຸດຕໍ່ພັກ, ຕໍ່ປະເທດຊາດຂອງຖັນແຖວນັກຮົບຕະຫລອດມາ. ນອກນັ້ນ, ຍັງໄດ້ສົມທົບແໜ້ນກັບບັນດາອົງການ ຈັດຕັ້ງພັກ-ລັດຂັ້ນສູນກາງ ແລະ ຄະນະພັກ-ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ສຸມໃສ່ປັບປຸງການຈັດຕັ້ງຕິດພັນກັບການຂົນຂວາຍ ເຕົ້າໂຮມນັກຮົບເກົ່າເຂົ້າເປັນສະມາຊິກ, ປັບ ປຸງແບບແຜນວິທີເຮັດວຽກ; ປະຕິບັດໜ້າທີ່ເປັນຕົວແທນແຫ່ງ ສິດຜົນປະໂຫຍດອັນຊອບ ທໍາ ຂອງນັກຮົບເກົ່າພາຍໃຕ້ການນໍາພາຂອງພັກໃຫ້ໄດ້ດີກວ່າເກົ່າ, ພ້ອມທັງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ສ້າງກົດໝາຍວ່າດ້ວຍສະຫະພັນນັກ ຮົບເກົ່າລາວ ແລະ ພັດທະນານິຕິກໍາລຸ່ມກົດໝາຍສໍາເລັດຫລາຍສະບັບ, ປະຕິບັດຫລັກ ການ, ລະບຽບຕິດຕາມ, ກວດກາສະກັດກັ້ນຕ້ານປະກົດການຫຍໍ້ທໍ້ໃນຂົງເຂດວຽກງານນັກ ຮົບເກົ່າ. ພ້ອມທັງໄດ້ຍົກໃຫ້ເຫັນບັນຫາທີ່ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ກອງປະຊຸມຍັງໄດ້ວາງທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ(2021-2025) ໂດຍສືບຕໍ່ສຶກສາອົບຮົບການເມືອງ-ແນວຄິດ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ, ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ໜັກ ແໜ້ນ, ເຂັ້ມແຂງ, ສາມາດປະຕິບັດພາລະບົດບາດເປັນຕົວແທນແຫ່ງ ສິດຜົນປະໂຫຍດ ອັນຊອບທໍາ ຂອງສະມາຊິກນັກຮົບເກົ່າ ຢ່າງແທ້ຈິງ, ຍົກສູງສະຕິລະວັງຕົວ ແລະ ປະຕິ ບັດລັດຖະທໍາມະນູນ, ກົດໝາຍຂອງລັດ ໃຫ້ໄດ້ດີ.

ກອງປະຊຸມ ຍັງໄດ້ຍັງຜ່ານມາຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ເພື່ອພິຈາລະນາຮັບຮອງເຂົ້າໃນຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ ສະໄໝທີ IV ຈໍານວນ 27 ສະຫາຍ, ຍິງ 1 ສະຫາຍ ແລະ ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງ ປະທານ, ຮອງປະທານຄະນະບໍລິຫານງານ, ປະທານ, ຮອງປະທານກວດກາສະຫະພັນນັກຮົບເກົ່າແຫ່ງຊາດຄື: ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເປັນປະທານ, ສະຫາຍ ພົນຈັດຕະວາ ຄໍາຫອມ ບົວລົມ, ສະຫາຍ ພົນຈັດຕະວາ ລໍາພອນ, ສະຫາຍ ພົນຈັດຕະວາ ຄໍາໝັ້ນ ວັນນະວົງ ແລະ ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ຄໍາໝັ້ນ ວັນນະວົງ ເປັນປະທານກວດກາ, ສະຫາຍ ພັນເອກ ນາງ ຄໍາພູ ສິດທິເສນ ເປັນຮອງປະທານກວດກາ.

ທີ່ມາ: ຂປລ

ShareTweetShare
Next Post
ນາຍົກຊີ້ແຈງ 3ມາດຕະການຈຸດສຸ່ມແກ້ໄຂໂຄວິດ-19 ເພື່ອກ້າວໄປສູ່ການເປີດປະເທດ

ນາຍົກຊີ້ແຈງ 3ມາດຕະການຈຸດສຸ່ມແກ້ໄຂໂຄວິດ-19 ເພື່ອກ້າວໄປສູ່ການເປີດປະເທດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...