ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ນາຍົກຊີ້ແຈງ 3ມາດຕະການຈຸດສຸ່ມແກ້ໄຂໂຄວິດ-19 ເພື່ອກ້າວໄປສູ່ການເປີດປະເທດ

jon by jon
ເດືອນພະຈິກ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ພະຈິກຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ຕໍ່ຄຳຊັກຖາມວ່າ ລັດຖະບານ ມີມາດຕະການແນວໃດ ເພື່ອເເກ້ໄຂການລະບາດຂອງຂອງພະຍາດໂຄວິດ-19, ໃຫ້ສັງຄົມມີການປັບຕົວແບບວິຖີຊີວິດໃໝ່ ແລະ ກ້າວໄປເຖິງການເປີດປະເທດ ເພື່ອຟື້ນຟູເສດຖະກິດ, ຍົກລະດັບການຂະຫຍາຍຕົວຂອງ GDP ໃນປີ 2022 ທ່ານນາຍົກລັດຖະມົນຕີກ່າວວ່າ: ຄືດັ່ງທີ່ໄດ້ລາຍງານຕໍ່ກອງປະຊຸມແລ້ວວ່າ ພະຍາດໂຄວິດ-19 ຍັງຈະສືບຕໍ່ແຜ່ລະບາດຢູ່ໃນໂລກ.

ສຳລັບຢູ່ປະເທດເຮົາ ການລະບາດຂອງພະຍາດໂຄວິດຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກວ້າງ ແລະ ຫຼາຍຂຶ້ນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານຈະໄດ້ປະຕິບັດ 3 ມາດຕະການຈຸດສຸ່ມຄື:

1. ສຸມໃສ່ສັກວັກຊີນໃຫ້ປະຊາຊົນລາວ ຮອດທ້າຍປີ 2021 ໃຫ້ຄົບໂດສ ໄດ້ 50% ຂຶ້ນໄປ ເພາະມາຮອດ ວັນທີ 4 ພະຈິກ ສັກເຂັ້ມ 1 ໄດ້ 45,53% ແລະ ເຂັ້ມ 2 (ຄົບໂດສ) ໄດ້ 39,04% ແລະ ໃນປີ 2022 ຄາດວ່າຈະໃຫ້ໄດ້ຫຼາຍກວ່າ 80% ຂອງພົນລະເມືອງ.

2. ເພີ່ມທະວີການຈັດຫາວັກຊີນ, ອຸປະກອນການແພດ ແລະ ຢາປົວ ທີ່ມີຄຸນນະພາບ ແລະ ສະຖານທີ່ກັກກັນ ຫຼື ປິ່ນປົວ (ໂຮງໝໍ, ໂຮງແຮມ, ບ້ານພັກ) ເພື່ອໃຫ້ປະຊາຊົນເຂົ້າເຖິງໄດ້ຢ່າງສະເໝີພາບ, ທົ່ວເຖິງ.

3. ສຶກສາອົບຮົມປະຊາຊົນໃຫ້ຮັບຮູ້, ເຂົ້າໃຈດ້ວຍທຸກວິທີການ ແລະ ມາດຕະການ ເພື່ອໃຫ້ເຂົາເຈົ້າຮ່ວມມືໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ ໃນແຕ່ລະໄລຍະໂດຍສະເພາະແມ່ນການຫັນປ່ຽນຈາກວິຖີຊີວິດປົກກະຕິແບບເກົ່າ ມາເປັນວິຖີຊີວິດແບບໃໝ່ ໂດຍຕ້ອງໄດ້ທັງປ້ອງກັນປົກປັກຮັກສາສຸຂະພາບ ແລະ ຊີວິດ ແລະ ທັງຕ້ອງທໍາມາຫາກິນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ.

ທ່ານນາຍົກລັດຖະມົນຕີ ກ່າວຕື່ມອີກວ່າ: ຄືດັ່ງທີ່ຂ້າພະເຈົ້າໄດ້ອະທິບາຍ ແລະ ຊີ້ແຈງຕໍ່ກອງປະຊຸມຜ່ານມາວ່າ ພວກເຮົາບໍ່ອາດສາມາດສືບຕໍ່ປິດປະຕູຂັງຕົວເອງ ໂດຍທີ່ບໍ່ທຳມາຫາກິນທຳການຜະລິດ ແລະ ພັດທະນາເສດຖະກິດ. ດັ່ງນັ້ນ, ຕ້ອງໄດ້ສຶກສາອົບຮົມໃຫ້ທຸກພາກສ່ວນໃນສັງຄົມ, ຮັບຮູ້ ແລະ ເຂົ້າໃຈ ແລະ ຫັນປ່ຽນຈິນຕະນາການ, ຫັນປ່ຽນແນວຄິດເກົ່າ ໄປສູ່ແນວຄິດໃໝ່, ຮຽນຮູ້ພະຍາດນີ້ ແລະ ຢູ່ກັບພະຍາດນີ້ໃຫ້ໄດ້ ດ້ວຍຄວາມປອດໄພ ແລະ ຮູ້ວິທີປ້ອງກັນປິ່ນປົວດ້ວຍຕົວເອງ ເປັນບັນຫາສໍາຄັນ.
ໃນນີ້, ບັນຫາທີ່ເປັນອຸປະສັກໃນການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ ຢູ່ປະເທດເຮົາໃນປັດຈຸບັນ ແມ່ນຍັງມີປະຊາຊົນຈຳນວນຫຼາຍ ໂດຍສະເພາະຢູ່ບັນດາທ້ອງຖິ່ນ ບໍ່ທັນຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງກ່ຽວກັບຜົນດີຂອງການສັກວັກຊີນ (ຍັງພາກັນຢ້ານ ແລະ ບໍ່ສັກຢາ).

ດັ່ງນັ້ນ, ລັດຖະບານ ຈະໄດ້ອອກຄຳສັ່ງກ່ຽວກັບມາດຕະການໃນການສັກວັກຊີນ ໂດຍມອບໃຫ້ອົງການປົກຄອງທ້ອງຖິ່ນ ແລະ ໃຫ້ຖືເອົາບັນຫານີ້ເປັນວຽກງານສຳຄັນ ແລະ ເປັນຄວາມຮັບຜິດຊອບດ້ານໜ້າທີ່ການເມືອງຂອງຕົນD ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ຊ່ວຍລັດຖະບານໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ບັນດາເຂດເລືອກຕັ້ງຂອງທ່ານໄດ້ຮັບຮູ້, ເຂົ້າໃຈ, ຫັນປ່ຽນແນວຄິດ ແລະ ໃຫ້ຄວາມຮ່ວມມືໃນການສັກວັກຊີນ ເພື່ອຢູ່ກັບພະຍາດໂຄວິດດ້ວຍຄວາມປອດໄພ.

ສໍາລັບການເປີດປະເທດນັ້ນ, ບັນດາປະເທດເພື່ອນບ້ານຈໍານວນໜຶ່ງກໍໄດ້ເລີ່ມເປີດປະເທດແລ້ວ.ດັ່ງນັ້ນ, ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດແຜນຍຸດທະສາດໃນການເປີດປະເທດເທື່ອລະກ້າວ ໃນນີ້ລວມທັງການເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນເດືອນທັນວາ 2021 ນີ້ ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ສອດຄ່ອງກັບມາດຕະການທີ່ສາກົນໄດ້ວາງອອກໃນສະພາບວິຖີຊີວິດໃໝ່ ໂດຍອີງໃສ່ຄວາມພ້ອມຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຢູ່ປະເທດເຮົາ, ລັດຖະບານຈະພິຈາລະນາເປີດເປັນເທື່ອລະກ້າວ ໂດຍເລີ່ມຈາກທ້ອງຖິ່ນໃດມີຄວາມພ້ອມກ່ອນກໍ່ຈະເປີດກ່ອນ ແລະ ກ້າວໄປເຖິງເປີດທົ່ວປະເທດ ເພື່ອແນ່ໃສ່ຟື້ນຟູເສດຖະກິດ ແລະ ເຊື່ອມໂຍງກັບພາກພື້ນ ໂດຍເນັ້ນໃສ່ເປີດການໄປມາຫາສູ່, ການລົງທຶນ ແລະ ຄ້າຂາຍນຳກັນແບບປົກກະຕິ.

ສ່ວນການຟື້ນຟູເສດຖະກິດ ໃນສະພາບການໂຄວິດ-19, ລັດຖະບານໄດ້ມອບໃຫ້ຄະນະສະ ເພາະກິດໂຄວິດ-19 ດ້ານເສດຖະກິດ ໂດຍມີທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເປັນຫົວໜ້າຄະນະ ໄດ້ຄົ້ນຄ້ວາ ແລະ ກຳນົດນະໂຍບາຍຟື້ນຟູເສດຖະກິດ ແລະ ແກ້ໄຂຜົນກະທົບ ໃນດ້ານຕ່າງໆ.

ShareTweetShare
Next Post
ຂໍ້ມູນຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 10 ພະຈິກ 2021

ຂໍ້ມູນຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 10 ພະຈິກ 2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...