ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 16, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກະຊວງທຍຸຕິທໍາ ຊີ້ແຈງການປະຕິບັດ ຄໍາຕັດສິນຂອງສານຍັງພົບບັນຫາຫຍຸ້ງຍາກ

jon by jon
ເດືອນພະຈິກ 9, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂປລ.ທ່ານ ໄພວີ ສີບົວລະພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃນໄລຍະຜ່ານມາເຫັນວ່າມີຫລາຍກໍລະນີ ຍັງເຮັດໄດ້ຊັກ ຊ້າ ແລະ ບໍ່ເດັດຂາດ, ຍ້ອນພົບພໍ້ຫລາຍບັນຫາຫຍຸ້ງຍາກທີ່ມາຈາກກົນໄກ ແລະ ນິຕິກໍາ ທີ່ຍັງບໍ່ສອດຄ່ອງ ແລະ ມີຊ່ອງວ່າງ ທີ່ສາມາດຫລີກລ້ຽງ ຫລື ເຮັດໃຫ້ວຽກງານດັ່ງກ່າວລ້າຊ້າ.

ການຊີ້ແຈງດັ່ງກ່າວ, ມີຂຶ້ນໃນວາລະໃຫ້ຄວາມກະຈ່າງແຈ້ງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການເຄື່ອນໄຫວວຽກງານຂອງກະຊວງຍຸຕິທໍາ ໃນໄລຍະໜຶ່ງປີຜ່ານມາ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້. ໂດຍສະເພາະ ວຽກງານການປະຕິບັດຄໍາຕັດສິນຂອງສານ, ເຊິ່ງທ່ານລັດຖະມົນຕີ ໄດ້ຢ້ຳວ່າ: ໃນໄລຍະຜ່ານມາ, ການປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດນີ້ ກໍມີທັງຜົນສໍາເລັດ ແລະ ຂໍ້ຫຍຸ້ງຍາກ. ໃນດ້ານຜົນງານພົ້ນເດັ່ນ ກໍແມ່ນກົນໄກການສະຫລຸບສະຖິຕິການປະຕິບັດຄໍາຕັດສິນຄະດີອາຍາ ທີ່ນັກໂທດໄດ້ປະຕິບັດໂທດ ຕັດອິດ ສະລະພາບສໍາເລັດ ແຕ່ຍັງຄ້າງການໃຊ້ແທນຄ່າເສຍຫາຍທາງແພ່ງ ແລະ ຄ່າປັບໄໝ ແມ່ນນໍາໃຊ້ ລະບົບໂປຣແກຣມສະຖິຕິ ທີ່ໄດ້ສ້າງມາແຕ່ປີ 2021 ໂດຍເກັບກໍາສະຖິຕິຄະດີ ທີ່ປະຕິບັດໂທດຄົບຖ້ວນແລ້ວ ແລະ ທັງຮູ້ໄດ້ວ່າຜູ້ຖືກປະ ຕິບັດໂທດຄົບຖ້ວນ ແຕ່ຍັງຄ້າງຄ່າເສຍຫາຍທາງແພ່ງ ຫລື ຄ່າປັບໄໝ. ເກັບກໍາຂໍ້ມູນຜູ້ຖືກປະຕິບັດຄໍາຕັດສິນຢູ່ຄ້າຍຄຸມຂັງ ແລະ ເກັບກໍາການສະຫລຸບຕາມຄໍາຕັດສິນຂອງສານ. ນອກນີ້ ວຽກງານຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສິນຮິບເປັນຂອງລັດ, ເຫັນວ່າອົງການທີ່ຮັບຜິດຊອບດໍາເນີນຄະດີແຕ່ລະຂັ້ນ ໄດ້ຂຶ້ນບັນຊີຊັບສິນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນປະກອບໃສ່ສໍານວນ, ພາຍຫລັງຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດ ແລະ ສໍານວນຄະດີໄດ້ສົ່ງໃຫ້ອົງການປະຕິບັດຄໍາຕັດສິນຂອງສານ. ຈາກນັ້ນ ໄດ້ດໍາເນີນການກວດກາ ແລະ ຂຶ້ນບັນຊີ ຕາມຫລັກການຄື: ກວດກາຕາມຄໍາຕັດສິນ, ລົງສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອ ປະເມີນຄາລາຊັບສິນຕົວຈິງ ແລະ ກໍານົດວິທີການຄຸ້ມຄອງຮັກສາ ແລະ ຄົ້ນຄວ້າວິທີການແກ້ໄຂຕໍ່ຊັບສິນດັ່ງກ່າວ (ມອບຊັບສິນໂດຍກົງໃຫ້ລັດຂາຍແລ້ວມອບເງິນໃຫ້ລັດ), ໂດຍແມ່ນກະຊວງການເງິນເປັນເຈົ້າການ ທີ່ມີການແຕ່ງຕັ້ງຄະນະກໍາມະການຈາກຫລາຍພາກສ່ວນທັງ ຢູ່ສູນກາງ ແລະ ທ້ອງຖິ່ນ. ແນວໃດກໍຕາມ, ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ກໍມີບັນຫາຫຍຸ້ງຍາກຫລາຍດ້ານ ເປັນຕົ້ນແມ່ນດ້ານ ນິຕິກໍາ, ໂດຍສະ ເພາະກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ນໍາໃຊ້ປັດຈຸບັນ ເນື້ອໃນຍັງບໍ່ທັນຄົບຖ້ວນ ແລະ ຮັດກຸມເທົ່າທີ່ຄວນ ຈຶ່ງມີຊ່ອງວ່າງຫລີກລ້ຽງການຈັດຕັ້ງປະຕິບັດ, ບາງກໍລະນີ ຊັບສິນໄດ້ຖືກແກ້ໄຂທາງດ້ານບໍລິ ຫານກ່ອນແລ້ວ, ບາງກໍລະນີ ມີແຕ່ຕົວເລກໃນບັນຊີ ແຕ່ບໍ່ມີຊັບຕົວຈິງ, ບໍ່ມີສະຖານທີ່ເກັບມ້ຽນ ແລະ ນິຕິກໍາ ທີ່ກ່ຽວຂ້ອງກັບການຂຶ້ນບັນຊີຊັບສິນ ທີ່ສານຕັດສິນຮິບເປັນຂອງລັດ ຍັງບໍ່ທັນພຽງພໍ ແລະ ຮັດກຸມ.

ທ່ານລັດຖະມົນຕີກະຊວງຍຸຕິທໍາ ກ່າວຕື່ມວ່າ: ເພື່ອຮັບ ປະກັນໃຫ້ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ມີປະສິດທິຜົນໃນຕໍ່ໜ້ານີ້, ຈະສືບຕໍ່ປັບປຸງອົງການປະຕິບັດຄໍາຕັດສິນຂອງສານໃຫ້ສອດ ຄ່ອງຕາມກົນໄກ ແລະ ການຊີ້ນໍາພັກ ແລະ ລັດຖະບານ, ໂດຍສະເພາະມະຕິ ເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງປະສິດທິພາບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຄຸນ ສົມບັດ, ຈັນຍາທໍາ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ວິຊາສະເພາະ ໃຫ້ແກ່ພະນັກງານ, ປັບປຸງບັນດານິຕິກໍາ, ກົດໝາຍ ທີ່ຍັງບໍ່ທັນສອດຄ່ອງຮັດກຸມຫລາຍຂຶ້ນ ໄປຄຽງຄູ່ກັບການ ຫັນເປັນທັນສະໄໝ ກ່ຽວກັບວຽກງານປະຕິບັດຄໍາຕັດສິນຂອງສານ, ປັບປຸງລະບົບສະຖິຕິຄໍາຕັດສິນຂອງສານໃຫ້ມີປະສິດທິຜົນ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ຮູບ: ອ່າຍຄໍາ.

ShareTweetShare
Next Post
ການແຜ່ລະບາດຂອງພະຍາດໂຄວິດ-19ເຮັດໃຫ້ອິນເດຍ​ ມີເດັກນ້ອຍ 3,​32 ລ້ານຄົນ​ຂາດທາດອາຫານບຳລຸງ

ການແຜ່ລະບາດຂອງພະຍາດໂຄວິດ-19ເຮັດໃຫ້ອິນເດຍ​ ມີເດັກນ້ອຍ 3,​32 ລ້ານຄົນ​ຂາດທາດອາຫານບຳລຸງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0
  • ດ່ວນໆພີ່ນ້ອງ ພາບຫຼ້າສຸດ! ຂົວນໍ້າພະນາຍບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຈີ້ຍລົງແລ້ວ.

    0 shares
    Share 0 Tweet 0
  • ຈື່ໄດ້ບໍ່ ນັກຮ້ອງເພງດັງ “ປາຄໍ່ໃຫຍ່”ປະສົບອຸບັດຕິເຫດ ເລືອດຄ້າງໃນສະໝອງ ເຖິງຂັ້ນຜ່າຕັດສະໝອງ

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຊົມເຊີຍເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍ ຢ າ ເ ສ ບຕິ ດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ
  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...