ຕາມຂ່າວ Cri ລາຍງານວ່າ: ວັນທີ 7 ພະຈິກ 2021 ສື່ມວນຊົນອິນເດຍໄດ້ແຈ້ງຂ່າວວ່າ, ຕາມຕົວເລກສະຖິຕິຂອງກະຊວງພັດທະນາແມ່ ແລະ ເດັກຂອງອິນເດຍສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 21 ຕຸລາ 2021, ອິນເດຍມີເດັກນ້ອຍ 3,32 ລ້ານຄົນຂາດທາດບຳລຸງ. ໃນນັ້ນ, ມີເດັກນ້ອຍ 1,77 ລ້ານຄົນຂາດທາດບຳລຸງຢ່າງໜັກໜ່ວງ. ສະພາບການຂາດທາດບຳລຸງຂອງເດັກນ້ອຍຢູ່ລັດມາຮາຣາສຕຣາ, ລັດບີຮາ ແລະລັດກູຈາຣັດ ໜັກໜ່ວງກວ່າໝູ່.
ກະຊວງພັດທະນາແມ່ ແລະ ເດັກຂອງອິນເດຍຄາດຄະເນວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ອາດຈະເຮັດໃຫ້ສະພາບສຸຂະພາບອ່ອນເພຍ ແລະ ເກີດວິກິດການຂາດທາດບຳລຸງຂອງກຸ່ມຄົນທຸກຍາກທີ່ສຸດ ຮ້າຍແຮງຂຶ້ນຕື່ມ. ແຕ່ເດືອນພະຈິກປີ 2020 ມາຮອດເດືອນຕຸລາ 2021, ຈຳນວນເດັກນ້ອຍທີ່ຂາດທາດບຳລຸງຢ່າງໜັກໜ່ວງຢູ່ອິນເດຍ ໄດ້ເພີ່ມຂຶ້ນ 91%.
Discussion about this post