ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ຈະໄດ້ນໍາໃຊ້ນໍ້າປະປາໄວໆນີ້

jon by jon
ເດືອນພະຈິກ 8, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕາມການລາຍງານຈາກ ຫ້ອງການໂຍທາທິການ ແລະ ຂົ່ນສົ່ງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງນໍ້າປະປາ ຢູ່ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ມາຮອດປັດຈຸບັນແມ່ນສໍາເລັດແລ້ວ 90%, ຄວດວ່າຈະສຳເລັດ ແລະເປີດການນຳໃຊ້ໃນເດືອນທັນວາ 2021 ທີ່ຈະມາເຖິງ.

ໂຄງການດັ່ງກ່າວ, ເປັນໂຄງການຂອງ ລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ໂດຍມີຈຸດປະສົງເພື່ອສະໜອງນໍ້າປະປາ ໃຫ້ແກ່ປະຊາຊົນເຂດບ້ານທົ່ງກາບ ຈຳນວນ 7 ບ້ານຄື: ບ້ານທົ່ງກາບ, ປົ່ງແປ້ນ, ນໍ້າລ້ອມ, ແກສີພົມ, ພູລ້ານ, ສີນົກໄຊ ແລະ ບ້ານລັບ. ສຳລັບອົງປະກອບຂອງການກໍ່ສ້າງມີ: ລະບົບຫົວງານ, ໂຮງງານຜະລິດນໍ້າ, ຕາຂ່າຍທໍ່ບໍລິການໜ້າດິນ, ລະບົບໄຟຟ້າ ແລະ ຫ້ອງການ, ກຳລັງການຜະລິດແມ່ນ 60 ເເມັດກ້ອນຕໍ່ຊົ່ວໂມງ, ອ່າງເກັບນໍ້າບັນຈຸ 250 ເເມັດກ້ອນ, ຕາຂ່າຍທໍ່ບໍລິການ 48,5 ກິໂລແມັດ, ທໍ່ສົ່ງນໍ້າດິບ 9.800 ແມັດ.

ມາຮອດປະຈຸບັນ ວຽກງານການກໍ່ສ້າງລະບົບຫົວງານ ສຳເລັດແລ້ວ 92%, ວຽກງານການກໍ່ສ້າງໂຮງານ ສຳເລັດແລ້ວ 90%, ວຽກງານກາກໍ່ສ້າງຫ້ອງການສຳເລັດແລ້ວ 100%, ວຽກງງານການກໍ່ສ້າງລະບົບຕາຄ່າຍວາງທໍ່ສຳເລັດແລ້ວ 93% ແລະ ວຽກໄຟຟ້າ ສຳເລັດແລ້ວ 18% ລວມມູນຄ່າການກໍ່ສ້າງທັງໝົດ 8,2 ຕື້ກີບ ໂດຍແມ່ນບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳເຕັກໂນໂລຊີ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໂດຍໃຊ້ເວລາໃນການກໍ່ສ້າງ 180 ວັນ. ປັດຈຸບັນ ກໍາລັງຕໍ່ທໍ່ຂ້າມຫ້ວຍ, ກໍ່ບ໋ອກປະຕູນໍ້າ, ວາງທໍ່ຂ້າມທາງປູຢາງ, ກໍ່ສ້າງເຮືອນປໍ້າ, ເຮືອນເຄມີ ແລະ ອະນາໄມອ່າງ ຄາດວ່າຈະໃຫ້ສໍາເລັດ ແລະ ນໍາໃຊ້ 100% ໃນເດືອນທັນວາທ້າຍປີນີ້.

ShareTweetShare
Next Post
ປະທານສານ  ຢືນຢັນເລັ່ງແກ້ໄຂພະນັກງານປະພຶດບໍ່ດີ  ສ້າງຄວາມເຊື່ອໝັ້ນຕໍ່ສັງຄົມ

ປະທານສານ ຢືນຢັນເລັ່ງແກ້ໄຂພະນັກງານປະພຶດບໍ່ດີ ສ້າງຄວາມເຊື່ອໝັ້ນຕໍ່ສັງຄົມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...