ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 4, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປະທານສານ ຢືນຢັນເລັ່ງແກ້ໄຂພະນັກງານປະພຶດບໍ່ດີ ສ້າງຄວາມເຊື່ອໝັ້ນຕໍ່ສັງຄົມ

jon by jon
ເດືອນພະຈິກ 8, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂປລ​ ລາຍງານວ່າ: ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ພະຈິກ 2021 ເຊິ່ງເປັນມື້ທີ 7 ຂອງການດໍາເນີນກອງປະຊຸມດັ່ງກ່າວ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ໄດ້ປະກອບຄໍາເຫັນ ແລະ ໃຫ້ຄວາມສົນໃຈັລາຍບັນຫາ ຕໍ່ບົດລາຍງານຂອງການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ໃນໄລຍະ 1 ປີຜ່ານມາ ເຊິ່ງປະ ເດັນສໍາຄັນທີ່ສຸດກໍແມ່ນການແກ້ໄຂບັນ ຫາຈັນຍາບັນ-ຈັນຍາທໍາ ຂອງພະນັກງານຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ລວມທັງພະນັກງານສານຈໍານວນໜຶ່ງ ເຮັດໃຫ້ເກີດມີຫາງສຽງຈາກສັງຄົມຕໍ່ພາບພົດຂອງສານປະຊາຊົນໃນທາງລົບ ຫລາຍສົມຄວນ.

ຕໍ່ບັນຫານີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຍອມຮັບວ່າ: ຄໍາເຫັນທີ່ ສສຊ ຫລາຍເຂດເລືອກຕັ້ງ ໄດ້ຍົກຂຶ້ນມາລ້ວນແຕ່ແມ່ນສະພາບຫຍໍ້ທໍ້ ແລະ ຄົງຄ້າງໃນວຽກງານສານໃນຜ່ານມາ ເຊິ່ງເຫັນວ່າເປັນຄວາມຈິງແທ້. ແນວໃດກໍຕາມ ຜ່ານມາ, ຄະນະພັກ-ຄະນະນໍາຂອງສານປະຊາຊົນ ກໍໄດ້ຮັບການສະເໜີ ຫລື ຮ້ອງທຸກ ຈາກຄູ່ຄວາມໃນຫລາຍໆຄະດີ ເພື່ອໃຫ້ກວດກາຄືນການຕັດສິນຄະດີ ກໍຄືການປະຕິບັດໜ້າທີ່ຂອງສານ ແລະ ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ຂອງສານປະຊາຊົນທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ເພື່ອຍົກສູງຄວາມຮັບ ຜິດຊອບ ນັບທັງດ້ານຈັນຍາບັນ-ຈັນຍາທໍາ ແລະ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ. ໄປຄຽງຄູ່ກັບການເອົາໃຈໃສ່ຕິດຕາມກວດກາບັນຫາຕ່າງໆ ທີ່ໄດ້ຮັບການສະເໜີມາ ແລະ ມີບາງກໍລະນີ ກໍໄດ້ແກ້ໄຂໄປຕາມຂັ້ນຕອນລະບຽບກົດໝາຍແນວໃດກໍຕາມ, ໃນທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້ານີ້, ສານປະຊາຊົນ ຈະໄດ້ກໍານົດແຜນການ ແກ້ໄຂທີ່ລົງເລິກບັນຫາລະອຽດ ແລະ ຕໍ່ເນື່ອງ, ພ້ອມທັງ ເພີ່ມທະວີການປະສານສົມທົບກັບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫລວງ ແລະ ອົງການປົກຄອງ ໃນແຕ່ລະທ້ອງຖິ່ນຊ່ວຍເອົາໃຈໃສ່ຕິດຕາມກວດກາປະຕິບັດໜ້າທີ່ຂອງພະນັກງານ ແລະ ຄັດຈ້ອນເອົາ ກຸ່ມເປົ້າໝາຍທີ່ມີພຶດຕິກໍາບໍ່ດີ ມາກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່ ແລະ ລົງວິໄນ ທີ່ເຂັ້ມງວດກວ່າເກົ່າ ຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຫລາຍຂຶ້ນ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ

.ຮູບ: ອ່າຍຄໍາ.

ShareTweetShare
Next Post
ໂສມໜ້າ ຜູ້ກໍ່ເຫດຈູດກອງເຂົ້າ ຂອງປະຊາຊົນ​ຢູ່ເມືອງສັງທອງ

ໂສມໜ້າ ຜູ້ກໍ່ເຫດຈູດກອງເຂົ້າ ຂອງປະຊາຊົນ​ຢູ່ເມືອງສັງທອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...