ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າແຂວງເຊກອງ ຊີ້ນໍາການເຝົ້າລະວັງການລະບາດພະຍາດໂຄວິດ-19 ຢູ່ເມືອງລະມາມ

jon by jon
ເດືອນພະຈິກ 8, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 8 ພະຈິກ 2021 ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້, ຊີ້ນໍາການເຝົ້າລະວັງການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງລະມາມ ໂດຍມີຄະນະສະເພາະກິດຂັ້ນເມືອງ, ອຳນາດການປົກຄອງບ້ານ 8 ບ້ານ ພາຍໃນເມືອງເຂົ້າຮ່ວມ.

ການລົງເຄື່ອນໄຫວຄັ້ງນີ້, ທ່ານ ພັທ ຮຽມ ໄຊຍະລາດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ, ຄະນະກຳມະການຄະນະສະເພາະກິດຂັ້ນເມືອງລະມາມ ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະຜ່ານມາ, ຄະນະສະເພາະກິດຂັ້ນເມືອງ ໄດ້ເຄື່ອນໄຫວປັກຫລັກໝາຍເຂດແດງ, ເຮັດບົດບັນທຶກກັບຄອບຄົວແດງ, ຜູ້ສໍາຜັດກັບຜູ້ຕິດເຊື້ອ(C1), ເລັ່ງຊອກຫາບຸກຄົນ C1, ໄດ້ລົງຊອກຄົ້ນກໍລະນີທີ່ມາຈາກພື້ນທີ່ສ່ຽງຢູ່ໃນ 44 ບ້ານທົ່ວເມືອງ ຢ່າງເປັນປົກກະຕິຕໍ່ເນື່ອງ, ລົງປະສານສົມທົບກັບອົງການປົກຄອງບ້ານເປົ້າໝາຍ ເພື່ອກຳນົດບ້ານແດງທີ່ມີກໍລະນີຕິດເຊື້ອ ໄດ້ 15 ບ້ານ, ສ້າງບົດບັນທຶກກັບຄອບຄົວຜູ້ຕິດເຊື້ອ ໄດ້ທັງໝົດ 104 ຄອບຄົວ, ເກັບກຳຂໍ້ມູນ C1 ໄດ້ 211 ຄົນ, ກວມເອົາ 8 ບ້ານ, ສົມທົບກັບຜູ້ຮັບຜິດຊອບຈັດສັນຕະຫລາດສົດ ເພື່ອໂຄສະນາສຸຂະສຶກສາ ແນະນໍາໃຫ້ປະຊາຊົນ ຮັບຮູ້ເຖິງວິທີການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ສົມທົບກັບຫ້ອງການສາທາລະນະສຸກເມືອງ ເຄື່ອນໄຫວພົ່ນຢາຂ້າເຊື້ອຕາມຕະຫລາດສົດໃນທຸກໆວັນ, ພົ່ນຢາຂ້າເຊື້ອຕາມເຮືອນຂອງຄອບຄົວທີ່ມີຜູ້ຕິດເຊື້ອ ລວມມີ 18 ຫລັງ ກວມເອົາ 11 ບ້ານ, ເຄື່ອນໄຫວເຮັດບົດບັນທຶກກັບຜູ້ປະກອບການໃຫ້ປິດການບໍລິການບັນດາຮ້ານທີ່ຖືກຫ້າມ ແລະ ຮ້ານທີ່ມີການຜ່ອນຜັນ ໄດ້ທັງໝົດ 31 ຮ້ານ, ກວມເອົາ 9 ບ້ານ. ມາຮອດປັດຈຸບັນ ທົ່ວເມືອງລະມາມ ມີຜູ້ຕິດເຊື້ອສະສົມ 120 ຄົນ, ຍິງ 55 ຄົນ, ກວມເອົາ 15 ບ້ານ, ປິ່ນປົວຫາຍດີສະສົມ 8 ຄົນ, ບໍ່ມີກໍລະນີເສຍຊີວິດ, ມີຜູ້ໄດ້ຮັບວັກຊິນທັງໝົດ 22.901 ຄົນ, ເທົ່າກັບ 98,1%ຂອງກຸ່ມເປົ້າໝາຍທັງໝົດ. ກຳນົດເປັນເຂດແດງທັງໝົດ 15 ບ້ານ ແລະ ຄອບຄົວແດງ 113 ຄອບຄົວ, ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດສືບສວນ-ສອບສວນ ແລະ ເກັບຕົວຢ່າງໄປກວດຫາເຊື້ອພະຍາດດັ່ງກ່າວ ໃນຂັ້ນຕໍ່ໄປ.

ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ໃຫ້ທິດຊີ້ນຳຫລາຍບັນຫາ ເປັນຕົ້ນ ສືບຕໍ່ປິດການເຂົ້າ-ອອກ(ລັອກດາວ) ໂດຍສະເພາະບ້ານເທສະບານ, ບ້ານທີ່ກໍານົດເປັນເຂດແດງເພີ່ມອີກ 15 ວັນ; ການຄວບຄຸມ C1, C2 ໃຫ້ເກັບກຳຂໍ້ມູນລະອຽດ ແລະຄຸ້ມ ຄອງຢ່າງເຂັ້ມງວດ; ສືບຕໍ່ສັກວັກຊິນໃຫ້ໄດ້ 50% ຂອງປະຊາກອນທົ່ວເມືອງ; ຄຸ້ມຄອງໂຮງໝໍພາກສະໝາມໃຫ້ເປັນລະບຽບ, ຈໍາແນກບ່ອນປະຈໍາການຂອງແພດ-ໝໍ, ບ່ອນປິ່ນ ປົວຂອງຜູ້ຕິເຊື້ອ; ໂຄສະນາສຸຂະສຶກສາຢ່າງຕໍ່ເນື່ອງ; ຕອບສະໜອງງົບປະມານໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການກັບໜ້າວຽກ, ຈັດຊື້ອຸປະກອນຕ່າງໆທີ່ຈໍາເປັນ; ຄະນະສະເພາະກິດຕ້ອງປະຈໍາການປົກກະຕິ; ພ້ອມນີ້, ກໍຕ້ອວຄຸ້ມຄອງລາຄາສິນຄ້າໃຫ້ຢູ່ໃນເກນມາດຕະຖານຂອງຕະຫລາດ, ບໍ່ໃຫ້ບຸກຄົນສວາຍໂອກາດ ຂຶ້ນລາຄາສິນຄ້າຢ່າງເດັດ ຂາດ; ປກຊ-ປກສ ຕ້ອງຕິດຕາມບັນຫາຫາງສຽງຂອງສັງຄົມ ສິ່ງທີ່ດີຄວນນໍາມາປັບປຸງແກ້ໄຂວຽກງານໃນຕໍ່ໜ້າ, ສ່ວນຫາງສຽງທີ່ໂຈມຕີ ຕ້ອງໄດ້ແກ້ໄຂ.ຈາກນັ້ນ, ທ່ານເຈົ້າແຂວງ ຍັງໄດ້ມອບອຸປະກອນເຄື່ອງສຽງ ຈໍານວນ 8 ຊຸດ ໃຫ້ນາຍບ້ານ 8 ເພື່ອນໍາໃຊ້ເຂົ້າໃນວຽກງານຂອງບ້ານ ຕື່ມອີກ.

ShareTweetShare
Next Post
ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ຈະໄດ້ນໍາໃຊ້ນໍ້າປະປາໄວໆນີ້

ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ຈະໄດ້ນໍາໃຊ້ນໍ້າປະປາໄວໆນີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຊົມເຊີຍ!!! ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

    0 shares
    Share 0 Tweet 0
  • ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...