ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 28, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອັດຕາເງິນເຟີ້ເພີ່ມຂຶ້ນ 4.​17% ໃນເດືອນກັນຍາຖ້າທຽບໃສ່ປີຜ່ານມາ

jon by jon
ເດືອນພະຈິກ 4, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເລກທີ 255/ສຖຕ2.2, ລົງວັນທີ 17 ຕຸລາ 2021 ໃຫ້ຮູ້ວ່າ: ສະພາບລວມຂອງອັດຕາເງິນເຟີ້ປະຈຳເດືອນກັນຍາ 2021 ທຽບກັບເດືອນດຽວກັນຂອງປີຜ່ານມາ​ ເພີ່ມຂຶ້ນ 4,17% ຊຶ່ງໃນນີ້ແມ່ນມາຈາກການເໜັງຕີງຂອງ 12 ໝວດສິນຄ້າຕົ້ນຕໍຄື: ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7,39%; ໝວດຄົມມະນາຄົມແລະຂົນສົ່ງເພີ່ມຂຶ້ນ 6,97%; ໝວດຮ້ານອາຫານແລະໂຮງແຮມເພີ່ມຂຶ້ນ 6,76%; ໝວດເຫຼົ້າ ແລະ ຢາສູບເພີ່ມຂຶ້ນ 5,16%, ໝວດເຄື່ອງນຸ່ງ ແລະ ເກີບເພີ່ມຂຶ້ນ 4,31%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 4,30%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ 4,07%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4%; ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າເພີ່ມຂຶ້ນ 3,09%; ໝວດໄປສະນີ ແລະ ໂທລະຄົມມະນາຄົມເພີ່ມຂຶ້ນ 1,88%; ໝວດບັນເທີງ ແລະ ການພັກຜ່ອນເພີ່ມຂຶ້ນ 1,41% ແລະ ໝວດການສຶກສາ ເພີ່ມຂຶ້ນ 0,47%.

ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນກັນຍາ 2021 ທຽບກັບເດືອນຜ່ານມາ ເໜັງຕີງເພີ່ມຂຶ້ນ ສືບເນື່ອງມາຈາກໃນເດືອນຜ່ານມາຄື: 1. ບັນຫາຂອງການແຜ່ລະບາດພະຍາດໂຄວິດ 19 ໃນລາວແມ່ນຍັງບໍ່ມີທ່າທີ່ຈະຫຼຸດລົງ ເຮັດໃຫ້ເປັນສາເຫດໜຶ່ງທີລາຄາສິນຄ້າຍັງສືບຕໍ່ເໜັງຕີງເພີ່ມຂຶ້ນຢູ່ໃນທຸກໝວດສິນຄ້າ; ຄະນະທີ່ລັດຖະບານ ຍັງມີມາດຕະການຜ່ອນຜັນ ແລະ ສືບຕໍ່ໃຫ້ປີດບ້ານ, ເມືອງ ແລະ ແຂວງ ເຊິ່ງເຮັດໃຫ້ການຂົນສົ່ງລະຫວ່າງແຂວງຕໍ່ແຂວງ ພົບຄວາມຫຍຸ້ງຍາກເຮັດໃຫ້ລາຄາສິນຄ້າ ມີລາຄາເພີ່ມຂຶ້ນສູງ ໂດຍສະເພາະໝວດສິນຄ້າ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າແມ່ນເພີ່ມຂຶ້ນສູງເຊັ່ນ: ເຂົ້າສານ, ເຂົ້າຈີ່ ແລະ ທາດແປ້ງ, ນົມ, ເນີຍ ແລະ ໄຂ່, ນ້ຳມັນພືດ, ໝາກໄມ້ສົດ, ຜັກສົດ, ເຄື່ອງປຸງແຕ່ງອາຫານ.

2. ໝວດສິນຄ້າອື່ນໆທີ່ຍັງສືບຕໍ່ເພີ່ມຂຶ້ນເມືອທຽບໃສ່ຫຼາຍເດືອນທີ່ຜ່ານມາ ໂດຍສະເພາະແມ່ນລາຄາຄໍາຮູບປະພັນ ສາເຫດຍ້ອນລາຄາຄໍາໃນຕະຫຼາດໂລກ ເໜັງຕີງເພີ່ມຂຶ້ນ, ເຄື່ອງບຳລຸງຜິວ ແລະ ເຄື່ອງໃຊ້ປະຈໍາວັນ ເພີ່ມຂຶ້ນ ຊື່ງຕິດພັນກັບອັດຕາແລກປ່ຽນ (ເງິນກີບຍັງສືບຕໍ່ອ່ອນຄ່າ).3. ລາຄານ້ຳມັນເຊື້ອໄຟ.

ShareTweetShare
Next Post
ໜິບໍ່ລອດ ຈັບໄດ້ 2 ຄົນ ຮ່ວມກັນ ຄ້າຂາຍຢາ  ພ້ອມຢາບ້າ60.000 ເມັດ

ໜິບໍ່ລອດ ຈັບໄດ້ 2 ຄົນ ຮ່ວມກັນ ຄ້າຂາຍຢາ ພ້ອມຢາບ້າ60.000 ເມັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...