ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເກີດເຫດການລະທຶກຂວັນໃນຂະບວນລົດໄຟໃຕ້ດິນໂຕກຽວ, ປະເທດຍີ່ປຸ່ນ ເມື່ອມີຊາຍຄົນໜຶ່ງຖືມີດອາລະວາດພາຍໃນລົດໄຟ

jon by jon
ເດືອນພະຈິກ 1, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

Washington Post ລາຍງານ: ເກີດເຫດການລະທຶກຂວັນໃນຂະບວນລົດໄຟໃຕ້ດິນໂຕກຽວເມໂທ, ປະເທດຍີ່ປຸ່ນ ເມື່ອມີຊາຍຄົນໜຶ່ງຖືມີດອາລະວາດພາຍໃນລົດໄຟ ເຮັດໃຫ້ເກີດໄຟໄໝ້ ພ້ອມຜູ້ໂດຍສານ 17 ຄົນໄດ້ຮັບບາດເຈັບ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 31 ຕຸລາ ເມື່ອຜູ້ໂດຍສານຫຼາຍສິບຄົນກຳລັງເດີນທາງດ້ວຍລົດໄຟໃຕ້ດິນມຸ່ງໜ້າໄປສູ່ໃຈກາງເມືອງເພື່ອສະເຫຼີມສະຫຼອງວັນບຸນຮາໂລວິນ ແຕ່ແລ້ວເຫດການບໍ່ຄາດຝັນກໍເກີດຂຶ້ນ ເມື່ອມີຊາຍໄວ 24 ປີ ຄົນໜຶ່ງ ສວມຊຸດກາຕູນຄ້າຍຄືກັບຊຸດຮາໂລວິນ ໃຊ້ມີດແທງຜູ້ໂດຍສານຢ່າງບ້າຄັ່ງ ກ່ອນຈະຖືກຈັບກຸມໃນທີ່ເກີດເຫດ. ສື່ຍີ່ປຸ່ນລາຍງານວ່າ ຊາຍໄວ 70 ປີ ຖືກແທງຈົນໄດ້ຮັບບາດເຈັບສາຫັດ ແລະມີຜູ້ໄດ້ຮັບບາດເຈັບ ໂດຍລາຍງານເບື້ອງຕົ້ນຢ່າງໜ້ອຍ 17 ຄົນ ໂຊກດີທີ່ລົດໄຟສາຍດັ່ງກ່າວສາມາດຈອດສຸກເສີນເພື່ອໃຫ້ຜູ້ໂດຍສານຫຼົບໜີຈາກທີ່ເກີດເຫດໄດ້.

ເຈົ້າໜ້າທີ່ຕຳຫຼວດໄດ້ດຳເນີນການສືບສວນ-ສວບສວນມືມີດຜູ້ກໍ່ເຫດ ເຊິ່ງເຂົາໄດ້ສາລະພາບວ່າ ຕ້ອງການຂ້າຄົນຢ່າງໜ້ອຍສອງສົບ ເພື່ອຈະໄດ້ຮັບໂທດປະຫານຊີວິດ. ຢ່າງໃດກໍຕາມ, ການໂຈມຕີລັກສະນະດັ່ງກ່າວແມ່ນຂ້ອນຂ້າງເກີດຂຶ້ນຍາກໃນປະເທດຍີ່ປຸ່ນ ແຕ່ເຫດການໃນວັນອາທິດ ຖືເປັນການໂຈມຕີດ້ວຍມີດຄັ້ງທີສອງເທິງລົດໄຟ ເຊິ່ງຄັ້ງທຳອິດເກີດຂຶ້ນໃນຊ່ວງຕົ້ນເດືອນສິງຫາຜ່ານມາ ເຮັດໃຫ້ຜູ້ໂດຍສານ 10 ຄົນໄດ້ຮັບບາດເຈັບ.

ShareTweetShare
Next Post
ນາຍົກລັດຖະມົນຕີ ລາຍງານແຜນ ການຈັດຕັ້ງປະຕິບັດ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ

ນາຍົກລັດຖະມົນຕີ ລາຍງານແຜນ ການຈັດຕັ້ງປະຕິບັດ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...