ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ນາຍົກລັດຖະມົນຕີ ລາຍງານແຜນ ການຈັດຕັ້ງປະຕິບັດ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ

jon by jon
ເດືອນພະຈິກ 1, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ແຜນການ ປະຈໍາປີ 2022 ເຊິ່ງໃນໄລຍະ 7 ເດືອນຜ່ານມາ ລັດຖະບານໄດ້ພະຍາຍາມບຸກບືນ, ສູ້ຊົນຢ່າງຕັ້ງໜ້າ ແລະ ເຮັດສຸດຄວາມສາມາດແກ້ໄຂບັນຫາ ໂດຍໄດ້ໃຊ້ມາດຕະການເບື້ອງຕົ້ນຈຳນວນໜຶ່ງເປັນຕົ້ນ ໄດ້ພະຍາຍາມສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ, ສູ້ຊົນຊຳລະສະສາງໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງໄດ້ລະດົມການປະ ກອບສ່ວນຂອງຜູ້ປະກອບການພາຍໃນ ເຂົ້າຮ່ວມໃນການຊຳລະສະສາງໜີ້ສິນ ຕໍ່ຕ່າງປະເທດ ສຳເລັດຕາມແຜນການ. ສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຕົກຢູ່ໃນສະພາບວິກິດ, ພ້ອມກັນນີ້ ກໍໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນຕົວກ້າວຕໍ່ໄປ ຄາດວ່າໝົດປີ 2021 ຈີດີພີຈະຂະຫຍາຍຕົວໃນລະດັບ 3% (ມະຕິສະພາ 4% ຂຶ້ນໄປ).

ສຳລັບດ້ານລາຍຮັບງົບປະມານ ໃນ 10 ເດືອນຜ່ານມາປະຕິບັດໄດ້ທັງໝົດ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ເຊິ່ງເຫັນວ່າຍັງມີຄວາມທ້າທາຍຫລາຍສົມຄວນ ເມື່ອທຽບໃສ່ໄລຍະເວລາທີ່ຍັງເຫລືອ, ແຕ່ລັດຖະບານຈະພະຍາຍາມ ຊຸກຍູ້ການຈັດເກັບລາຍຮັບ ແລະ ຂຸດຄົ້ນແຫລ່ງລາຍຮັບໃໝ່ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະ ອື່ນໆ ບົນພື້ນຖານນັ້ນ ຈະສາມາດຄາດຄະເນສະເລ່ຍລາຍຮັບ ຈະປະຕິບັດໄດ້ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ. ສຳລັບດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 19.012 ຕື້ກີບ, ເທົ່າກັບ 60% ຂອງແຜນການປີ, ລາຍຈ່າຍສ່ວນໃຫຍ່ ແມ່ນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ພ້ອມກັນນີ້, ຍັງໄດ້ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.

ShareTweetShare
Next Post
2ພະຈິກ2021 ຕິດເຊື້ອໃໝ່ 873ຄົນ ເສຍຊີວິດ 3.! ຊຸມຊົນນະຄອນຫຼວງ 427ຄົນ

2ພະຈິກ2021 ຕິດເຊື້ອໃໝ່ 873ຄົນ ເສຍຊີວິດ 3.! ຊຸມຊົນນະຄອນຫຼວງ 427ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...