ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຫດຄົນແຂນຄໍຕາຍ ອາດຈະເກີດຄວາມຕຶງຄຽດຈາກການຕິດພະຍາດໂຄວິດ -19

jon by jon
ເດືອນຕຸລາ 31, 2021
in ທົ່ວໄປ
0
Home ທົ່ວໄປ

ໃນເວລາ 17:00 ໂມງ ຂອງວັນທີ 29 ຕຸລາ 2021, ປກສ ກຸ່ມສີວິໄລ ໄດ້ຮັບແຈ້ງວ່າ: ມີຄົນເສຍຊີວິດແຂນຄໍຕາຍ ຢູ່ຫໍພັກໂຮງງານເວນເຈີ ຕັ້ງຢູ່ໜ່ວຍ 12 ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍຫຼັງໄດ້ຮັບແຈ້ງ ປກສ ກຸ່ມປະສານສົມທົບກັບພະແນກຕໍາຫຼວດ ປກສ ເມືອງໄຊທານີ ລົງຈຸດເກີດເຫດ ພົບເຫັນຜູ້ເສຍຊີວິດ ເປັນເພດຍິງ ຊື່ ນາງແຕງໂມ ສີຊົມພູ ອາຍຸ 23 ປີ ອາຊີບກໍາມະກອນ ຢູ່ໂຮງງານດັ່ງກ່າວ ບ້ານເກີດບ້ານໂພນໂຮງ ແຂວງວຽງຈັນ.

ຜ່ານການເກັບກໍາຂໍ້ມູນກ່ອນ ແລະ ຫຼັງເກີດເຫດ ຮູ້ໄດ້ວ່າ: ຜູ້ເສຍຊີວິດເຂົ້າມາເຮັດວຽກຢູ່ໂຮງງານເວນເຈີ ໃນວັນທີ 8 ຕຸລາ 2020, ມາຮອດວັນທີ 24 ກັນຍາ 2021 ຜູ້ກ່ຽວໄດ້ຕິດເຊື້ອພະຍາດໂຄວິດ -19 ແລະ ໄດ້ອອກໂຮງໝໍ ວັນທີ 10 ຕຸລາ 2021 ຈາກນັ້ນກໍສືບຕໍ່ກັກໂຕຢູ່ໃນຫໍພັກອີກ 14 ວັນ ຢູ່ໃນຫ້ອງນໍາກັນທັງໝົດ 10 ຄົນ. ຮອດວັນທີ 27 ຕຸລາ 2021 ນາງ ແຕງໂມ ມີອາການຄຸ້ມຄັ່ງ ໃຊ້ມີດແຖໜວດປາດແຂນໂຕເອງ ໄດ້ຮັບບາດເຈັບ ພາຍຫຼັງໄດ້ຮັບການຮັກສາ ກໍອອກມາພັກພື້ນຢູ່ຫໍພັກ ມາຮອດຕອນທ່ຽງຂອງວັນທີ 29 ຕຸລາ 2021 ຜູ້ເສຍຊີວິດ ແລະ ໝູ່ ຍັງກິນເຂົ້າທ່ຽງນໍາກັນ ຈາກນັ້ນ, ໝູ່ຄູ່ກໍໄດ້ແຍກຍ້າຍໄປເຮັດວຽກໝົດ ມີແຕ່ຜູ້ເສຍຊີວິດຢູ່ຫ້ອງຄົນດຽວ ຫຼັງຈາກຮອດເວລາເລີກວຽກຕອນແລງ ໝູ່ຈຶ່ງໄດ້ພາກັນກັບມາຫ້ອງຈຶ່ງພົບເຫັນ ຜູ້ກ່ຽວແຂນຄໍຕາຍຢູ່ຂ້າງຕຽງນອນ.

ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຕໍ່ກັບເຫດການທີ່ເກີດຂຶ້ນ ເຈົ້າໜ້າທີ່ກໍາລັງກວດກາຊັນນະສູດຊາກສົບ ຊອກຂໍ້ມູນຫຼັກຖານ ເພື່ອຕີລາຄາເຫດການ ຜູກຄໍຂອງ ນາງ ແຕງໂມ ລາຍລະອຽດຈະມານໍາສະເໜີໃຫ້ຊາບພາຍຫຼັງ. ກອງບັນຊາການ ປກສ ນວ ສະແດງຄວາມເສຍໃຈນໍາຄອບຄົວຂອງຜູ້ເສຍຊີວິດ ແລະ ຮຽກຮ້ອງມາຍັງທົ່ວສັງຄົມ ຂໍໃຫ້ດໍາລົງຊີວິດຢ່າງມີສະຕິ, ທຸ່ນທ່ຽນລະມັດລະວັງ ເຊື່ອຟັງການແນະນໍາຂອງຄະນະສະເພາະກິດ ໃນການປ້ອງກັນສະກັດກັ້ນເຊື້ອພະຍາດໂຄວິດ-19.

ShareTweetShare
Next Post
ແຈ້ງການ!… ລອ໋ກດາວຕໍ່ 31 ຕຸລາ ຫາ 14 ພະຈິກ 2021.

ແຈ້ງການ!... ລອ໋ກດາວຕໍ່ 31 ຕຸລາ ຫາ 14 ພະຈິກ 2021.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...