ໃນວັນທີ 30 ຕຸລາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1402/ຫສນຍ, ລົງວັນທີ 30 ຕຸລາ 2021 ເລື່ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 31 ຕຸລາ ຫາ 14 ພະຈິກ 2021.
ອີງຕາມການປະເມີນສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນ ແລະ ຂະຫຍາຍເປັນວົງກວ້າງເກືອນທຸກແຂວງ. ສະນັ້ນ,ລັດຖະບານ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆຄືດັ່ງໄລຍະຜ່ານມາເປັນສ່ວນໃຫ່ຍ, ຄຽງຄູ່ກັນນັ້ນ ກໍຈະໄດ້ມີມາດຕະການຜ່ອນຜັນ ຈໍານວນໜຶ່ງທີ່ມີຄວາມຈໍາເປັນຕື່ມອີກ 15 ວັນຕໍ່ໜ້າດັ່ງນີ້:
ມາດຕະການລວມ:
1. ສືບຕໍ່ສຸມການສັກວັກຊີນໃຫ້ເປົ້າໝາຍຕ່າງໆຕາມແຜນ ແລະ ຄາດໝາຍທີ່ວາງໄວ້ ແລະ ດຳເນີນໃຫ້ໄວຂຶ້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້.
2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນພາ ຫະນະຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 10 ຂອງມາດຕະກາກນສືບຕໍ່ຜ່ອນຜັນ.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວ ຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ:
1. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.
2. ສືບຕໍ່ປິດຮ້ານນວດ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ.
3. ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດພາຍໃນໂຮງງານ ແລະ ໃນຊຸມຊົນ, ຍົກເວັ້ນ ໂຮງງານທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງ ແລະ ຮັບປະ ກັນຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.
4. ຫ້າມບຸກຄົນເດີນທາງເຂົ້າ-ອອກ ຕາມການກໍານົດ ຂອງຄະນະສະເພາະກິດ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
5. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ.
6. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
7. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
8. ປິດການສັນຈອນຂອງພາຫະນະ ຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 23:00 ໂມງ- 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
9. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ໃນແຂວງ, ເມືອງທີ່ມີການລະບາດໃນຊຸມຊົນ, ຍົກເວັ້ນບັນດາໂຮງຮຽນທີ່ມີເງື່ອນໄຂ ແລະ ມາດຕະຖານໃນການປ້ອງກັນພະຍາດ ທີ່ໄດ້ຜ່ານການກວດກາ, ຢັ້ງຢືນ ແລະ ອະນຸຍາດຈາກຄະນະສະເພາະກິດ.
10. ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 50 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ.
11. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ.
ນອກຈາກນີ້ຍັງມີມາດຕະການສືບຕໍ່ຜ່ອນຜັນ, ມາດຕະການເລັ່ງດ່ວນໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ລາຍລະອຽດດັ່ງແຈ້ງການລຸ່ມນີ້








Discussion about this post