ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ຕຸລາຜ່ານມາວ່າ ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ການລະບດຂອງພະຍາດໂຄວິດ-19 ອາດຈະແກ່ຍາວອອກໄປອີກຢ່າງໜ້ອຍ 1 ປີ
ເນື່ອງຈາກປະເທດທຸກຍາກບໍ່ສາມາດເດີນໜ້າສັກວັກແຊັງປ້ອງກັນໂຄວິດໃຫ້ປະຊາຊົນໄດ້ຕາມແຜນທີ່ຕັ້ງໄວ້. ດຣ. ບຣູສ ອິລວາຣ໌ດ ຜູ້ບໍລິຫານລະດັບສູງຂອງອົງການອະນາໄມໂລກ ກ່າວວ່າ:

ວິກິດການຄັ້ງນີ້ ຈະແກ່ຍາວໄປເຖິງທ້າຍປີ 2022 ເນື່ອງຈາກປະຊາກອນໃນພູມີພາກອາຟຣິກກາ ໄດ້ຮັບວັກແຊັງປ້ອງກັນໂຄວິດຍັງບໍ່ເຖິງ 5% ຂອງຈຳນວນປະຊາກອນທັງໝົດ ເມື່ອທຽບກັບພາກພື້ນອື່ນໆທີ່ໄດ້ຮັບການສັກວັກແຊັງແລ້ວເກີນ 40% ຂອງຈຳນວນປະຊາກອນ, ພ້ອມທັງຮຽກຮ້ອງໃຫ້ປະເທດຮັ່ງມີບໍລິຈາກວັກແຊັງ ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກ ເພື່ອບໍ່ໃຫ້ການລະບາດຍືດເຍື້ອອອກໄປອີກ.
ວັກແຊັງປ້ອງກັນໂຄວິດໃນຂະນະນີ້ ສ່ວນຫຼາຍຢູ່ໃນປະເທດທີ່ມີລາຍໄດ້ສູງ ແລະ ປະເທດທີ່ມີລາຍໄດ້ປານກາງສູງ ໂດຍຂໍ້ມູນຈາກ The People’s Vaccine ເຊິ່ງເປັນໜ່ວຍງານການກຸສົນໃຫ້ຮູ້ວ່າ: ວັກແຊັງສ່ວນຫຼາຍຢູ່ໃນສະຫະລັດອາເມຣິກາ, ເອີຣົບ, ອັງກິດ ໂດຍໃນສະຫະລັດມີປະມານ 1 ພັນລ້ານໂດສ, ຮອງລົງມາແມ່ນເອີຣົບ 500 ລ້ານໂດສ,

ນອກຈາກນີ້ ໜ່ວຍງານການກຸສົນຍັງຕຳນິອັງກິດ ແລະ ການາດາທີ່ຍັງຈັດຫາວັກແຊັງມາສັກໃຫ້ປະຊາກອນຕົນເອງຜ່ານໂຄງການໂຄແວັກ ເຊິ່ງເປັນໂຄງການກະຈາຍວັກແຊັງຢ່າງເທົ່າທຽມ ໂດຍນັບແຕ່ປີ 2020 ເປັນຕົ້ນມາ ອັງກິດໄດ້ຮັບວັກແຊັງຍີ່ຫໍ້ຟາຍເຊີ
ຈາກໂຄແວັກຈຳນວນ 539.370 ໂດສ, ການາດາໄດ້ຮັບແອັສຕຣາເຊເນກ້າປະມານ 1 ລ້ານໂດສ.
Discussion about this post