ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 21, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

​ໂພນໂຮງ ກຽມສູນປິ່ນປົ່ວໂຄວິດແຫ່ງໃໝ່ ຫຼັງພົບຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍ

jon by jon
ເດືອນຕຸລາ 24, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນໄລຍະຜ່ານມາ ເມືອງໂພນໂຮງແມ່ນມີສູນປິ່ນປົວພຽງແຫ່ງດຽວ ແຕ່ກໍ່ເຫັນວ່າມີຄວາມພຽງພໍກັບຈຳນວນຂອງຜູ້ຕິດເຊື້ອ ແຕ່ປັດຈຸບັນທົ່ວປະເທດ ຍັງມີການແຜ່ລະບາດຂອງເຊື້ອພະຍາດຮ້າຍນີ້ຢ່າງຮຸນແຮງ ໂດຍສະເພາະທາງເມືອງໂພງໂຮງເອງພົບຜູ້ຕິດເຊື້ອເພີ່ມຂຶ້ນ ຈິ່ງເຫັນວ່າຕ້ອງໄດ້ກະກຽມ ສູນປິ່ນປົວເພີ່ມອີກແຫ່ງ ເພື່ອຮອງຮັບຜູ້ປ່ວຍທີ່ອາດເພີ່ມຂຶ້ນໃນສະເພາະໜ້ານີ້ໃຫ້ພຽງພໍ.

ໃນເຊົ້າວັນທີ 22 ຕຸລາ2021 ຜ່ານມານີ້ ຄະນະສະເພາະກິດແຂວງວຽງຈັນ ແລະ ເມືອງໂພນໂຮງ ນຳໂດຍທ່ານ ດຣ ຄຳປຸ່ນ ພົມປັນຍາ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງວຽງ ຄະນະສະເພາະກິດຂັ້ນແຂວງ,ທ່ານ ບຸນແທນ ແກ້ວປະເສີດ ຫົວໜ້າ ສະເພາະກິດຂັ້ນເມືອງ ພ້ອມຄະນະ ໄດ້ລົງຕິດຕາມການອອກແຮງງານຢູ່ໂຮງຮຽນ ມສ ໂພນໂຮງກະກຽມ ເພື່ອສ້າງເປັນສູນປິ່ນປົວພະຍາດໂຄວິດແຫ່ງທີ ສອງ ເມືອງໂພນໂຮງ.

ທ່ານ ບຸນແທນ ແກ້ວປະເສີດ ຫົວໜ້າສະເພາະກິດ ສະກັດກັ້ນ ຕ້ານ ແລະ ປ້ອງກັນພະຍາດໂຄວິດ19 ເມືອງໂພນໂຮງໃຫ້ຮູ້ວ່າ : ໃນການອອກແຮງງານລວມຂອງພະນັກງານ ລັດຖະກອນຂອງເມືອງ ຄັ້ງນີ້ ກໍ່ເພື່ອປະຕິບັດຕາມທິດຊີນຳຂອງຂັ້ນເທິງໃນການຮັບມືກັບພະຍາດໂຄວິດ19 ໂດຍສະເພາະເພື່ອກະກຽມສະຖານທີ່ເປັນສູນປິ່ນປົວຄົນເຈັບຂອງເມືອງທີ່ພະຍາດໄດ້ແຜ່ລະບາດມີລັກສະນະເພີ່ມຂື້ນເຮັດໃຫ້ສູນແຫ່ງນີ້ມີຄວາມພ້ອມດ້ານເຕັກນິກໃນການຮັກສາຄົນເຈັບໃຫ້ຫາຍດີ.

ການອອກແຮງງານຄັ້ງນີ້ ແມ່ນອານາໄມສະຖານທີ່ດ້ານໃນ ແລະ ດ້ານນອກ,ກວດກາຄືນລະບົບນ້ຳ, ໄຟຟ້າ ແລະ ວຽກງານອື່ນໆເພື່ອໃຫ້ມີຄວາມຮັບໃຊ້ວຽກງານຕົວຈີງໃຫ້ໄວທີ່ສຸດ.

ShareTweetShare
Next Post
​ປະຫວັດຜູ້ເສຍຊີວີດໃໝ່ 2 ຄົນ ຈາກໂຄວິດ19 ປະຈຳວັນທີ 24ຕຸລາ2021

​ປະຫວັດຜູ້ເສຍຊີວີດໃໝ່ 2 ຄົນ ຈາກໂຄວິດ19 ປະຈຳວັນທີ 24ຕຸລາ2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ພິລຶກສຸດ ລາຄາຄຳມື້ນີ້ 1ບາດ 16ລ້ານກວ່າກີບ

    0 shares
    Share 0 Tweet 0
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...