ວັນທີ 13 ຕຸລາ ຜ່ານມາ,ເຈົ້າໜ້າທີ່ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດ ສາມາດຈັບເປົ້າໝາຍຢາເສບຕິດ ໄດ້ 1 ຄົນ,ພ້ອມຂອງກາງຢາບ້າ ຈຳນວນ 201 ມັດ ເທົ່າກັບ 402.000 ເມັດ ແລະ ລົດຈັກ 2 ຄັນ,ແຕ່ເປົ້າໝາຍລົບໜີ ໄດ້ 1 ຄົນ.

ເຈົ້າໜ້າທີ່ ປກສ ເມືອງສອງຄອນ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ສີນ ອາຍຸ 39 ປີ ເມືອງສອງຄອນ ແຂວງສະຫວັນນະເຂດ.ຄະດີຢາເສບຕິດດັ່ງກ່າວ ເບື້ອງຕົ້ນໃນວັນທີ 13 ຕຸລາ ແມ່ນໄດ້ຮັບລາຍງານຈະມີການລັກລອບເຄື່ອນຍ້າຍຂົນຢາເສບຕິດ ຈຳນວນຫຼາຍ ຈາກປາກຊ່ອງ ໄປຫາເຂດທ່າປະຊຸມ.

ຈາກນັ້ນ,ຈຶ່ງໄດ້ນຳກຳລັງເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມເປົ້າໝາຍຢູ່່ເສັ້ນທາງເຂດບ້ານລາດນາດີ, ຈົນຮອດເວລາ 15:45 ໂມງຂອງວັນດັ່ງກ່າວ ໄດ້ພົບເຫັນເປົ້າໝາຍສົງໄສ 2 ຄົນ ຂັບຂີ່ລົດຈັກ 2ຄັນ,ແຕ່ລະຄັນ ມີຕຸກຢາງຂະໜາດໃຫຍ່ 2 ຕຸກ ມັດຕິດກັບເບາະລົດ ກໍເຂົ້າສະກັດກັກລົດ,ແຕ່ພວກກ່ຽວຂັບຂີ່ລົດລົບໜີ,ຜ່ານການໄລ່ຕິດຕາມລົດເປົ້າໝາຍ ທັງ 2 ຄັນ ໄປປະມານສອງກິໂລແມັດ.

ພວກກ່ຽວ ກໍຈອດລົດຖີ້ມແຄມທາງ,ແຕ່ເຈົ້າໜ້າທີ່ ໄລ່ຈັບໄດ້ 1 ຄົນ.ສ່ວນອີກ 1 ຄົນ ແລ່ນລົບໜີເຂົ້າປ່່າ,ຜ່ານການກວດກາ ຕຸກຢາງຂະ ໜາດໃຫຍ່ທັງ 4 ຕຸກ ພົບເຫັນຢາບ້າ ບັນຈຸໄວ້ໃນຕຸກ ຈຳນວນ 201 ມັດ ເທົ່າກັບ 402.000 ເມັດ.
ປັດຈຸບັນຄະດີຢາເສບດັ່ງກ່າວ,ເຈົ້າໜ້າທີ່ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດ ພວມສອບສວນຂະຫຍາຍຜົນຫາທີ່ໄປທີ່ມາຂອງ ຢາເສບຕິດຈຳນວນດັ່ງກ່າວ ແລະ ສືບຕໍ່ນຳຈັບຜູ້ ຖືກຊັດທອດທີ່ມີສ່ວນຮ່ວມໃນການຄ້າຂາຍ,ຂົນຢາເສບຕິດນຳກັນ ມາດຳເນີນຄະດີຕາມກົດໝາຍ.
Discussion about this post