ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພິທີສົ່ງມອບລົດໄຟ EMUຂະບວນລ້ານຊ້າງ ໃຫ້ ສປປ ລາວ

jon by jon
ເດືອນຕຸລາ 17, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂະບວນລົດໄຟ “ລ້ານຊ້າງ” ເຊິ່ງເປັນຂະບວນລົດໄຟ ໂດຍສານຄັ້ງປະຫວັດສາດ ທີ່ມີສີສັນສວຍສົດງົດງາມ ແລະ ພັດທະນາຕາມສີຂອງທຸງຊາດລາວ ປະກອບມີ: ສີແດງ, ສີຟ້າ ແລະ ສີຂາວ ໄດ້ມາເຖິງນະຄອນຫຼວງວຽງຈັນ ແລ້ວໃນຕອນເຊົ້າວັນທີ 16 ຕຸລາ 2021 ນີ້.

ໂດຍມີ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ພ້ອມດ້ວຍ ການນຳຈາກບັນດາກະຊວງ ທີ່ກ່ຽວ ຂ້ອງໃຫ້ການຕ້ອນຮັບຢ່່າງສົມກຽດ ຢູ່່ທີ່ສະຖານີຜູ້ໂດຍສານບ້ານໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຕາມກຳນົດໝາຍຂອງລັດຖະບານແລ້ວ,​ເສັ້ນທາງລົດໄຟ ລາວ-ຈີນ ຈະມີກຳນົດເປີດການນຳໃຊ້ແລະແລ່ນຮັບໃຊ້ມວນຊົນຢ່່າງເປັນທາງການ ໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້,ພໍດີກົງກັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ

ພາຍຫຼັງເປີດການນຳໃຊ້ຢ່່າງເປັນທາງການ ຂະບວນລົດໄຟລາວ-ຈີນ ຈະບໍລິການຮັບໃຊ້ຜູ້ໂດຍສານ ແລະ ສິນຄ້າ ລະຫວ່າງ ສປປ ລາວ ແລະ ສປ ຈີນ.ພ້ອມກັນນີ້,ຍັງເປັນເສັ້ນທາງລົດໄຟເຊື່ອມຕໍ່ຢູ່່ໃນອະນຸພາກພື້ນຕື່ມອີກ.

ໂຄງການທາງລົດໄຟ ລາວ-ຈີນ ນອກຈາກຈະເປັນຂະບວນລົດໄຟ ເພື່ອຂົນສົ່ງຜູ້ໂດຍສານ ແລະ ສິນຄ້າແລ້ວ, ຍັງເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນ ທີ່ສະແດງເຖິງຄວາມສາມັກຄີແບບຍຸດທະສາດ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ມີ ມາຢ່່າງຍາວນານຕື່ມອີກ.

ພ້ອມກັນນີ້,ກໍເປັນການເປີດສັກກະລາດໃໝ່ ແຫ່ງການເຊື່ອມໂຍງດ້ານການຄ້າ,ການຂົນສົ່ງ ຂອງ ສປປ ລາວ ກັບບັນດາປະເທດເພື່ອນບ້ານ,ອະນຸພາກພື້ນ ແລະ ສາກົນ ເຊິ່ງເປັນປະເທດດຽວໃນອາຊຽນ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ.

ShareTweetShare
Next Post
18 ຕຸລາ2021 ຕິດເຊື້ອ +285..! ຊຸມຊົນນະຄອນຫຼວງ +83 ຄົນ

18 ຕຸລາ2021 ຕິດເຊື້ອ +285..! ຊຸມຊົນນະຄອນຫຼວງ +83 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...