ວັນທີ 11 ຕຸລາ ຜ່ານມາ,ປກສ ກຸ່ມໜອງບຶກ ເມືອງສີໂຄດຕະບອງ ນວ ໄດ້ເຂົ້າກັກຕົວເປົ້າໝາຍຢາເສບຕິດ ຊື່ ທ້າວ ສອນພິລຸນ ອາຍຸ 33 ປີ ຢູ່່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນວ ກວດຄົ້ນພົບຢາບ້າ 172 ເມັດ ທີ່ຊຸກເຊື່ອງໄວ້ໃນເບາະລົດຈັກຂອງຜູ້ກ່ຽວ ສົ່ງໃຫ້ກອງບັນຊາ ການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນ ຜູ້ຖືກຫາ ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້,ສ່ວນຢາບ້າ ທີ່ນຳມາເສບ ແລະ ຂາຍ ແມ່ນຊອກຊື້ນຳໄວລຸ້ນທີ່ລັກລອບຂາຍຢູ່່ຕາມຮ້ານອິນເຕີເນັດຄາເຟ ໃນເຂດເມືອງສີໂຄດຕະບອງ ນວ.

ໃນໄລຍະຜ່ານມາ, ຜູ້ຖືກຫາ ໄດ້ພົວພັນເຄື່ອນໄຫວເສບຢາບ້າ ມາແຕ່ປີ 2018, ສະເລ່ຍ ເສບມື້ລະ 4-5 ເມັດ ແລະ ຍັງເຄີຍຖືກນຳຕົວໄປດັດສ້າງ ຢູ່່ດອນທ້າວ 2 ປີ.ພາຍຫຼັງຮັບປະກັນຕົວອອກມາ,ຜູ້ກ່ຽວກໍໄດ້ມີການເຄື່ອນໄຫວຊື້-ຂາຍ ແລະ ເສບຢາບ້າຄືນໃໝ່.
ຂໍ້ມູນຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ
Discussion about this post