ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 5, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກໍ່ສ້າງສະໜາມບິນໜອງຄ້າງ ແຂວງຫົວພັນຄືບໜ້າກວ່າ 92 % ແຕ່ງົບຍັງບໍ່ພໍ 9,​5 ລ້ານໂດລາ

ກຂຄ ລາວ by ກຂຄ ລາວ
ເດືອນກັນຍາ 1, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານ ສີນະຄອນ ໄຊຍະວັນສີ ຮອງຫົວໜ້າຄຸ້ມຄອງໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ລາຍງານຕໍ່ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ, ຫົວໜ້າສ່ວຍສາອາກອນ ປະຈໍາແຂວງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດລົງຢ້ຽມຢາມໂຄງການກໍ່ສ້າງໃນວັນທີ 25 ສິງຫາ 2020​ ວ່າ:

ມາຮອດປັດຈຸບັນການກໍ່ສ້າງສະໜາມບິນໜອງຄ້າງປະຕິບັດສໍາເລັດ 92,34% ໃນຂະນະດຽວກັນການຈັດຕັ້ງປະຕິບັດຕົວຈິງໂຄງການດັ່ງກ່າວໄດ້ເກີດມີວຽກເພີ່ມຈໍານວນໜຶ່ງທີ່ມີບໍລິມາດເກີນຢູ່ໃນສັນຍາ, ຊຶ່ງມີຄວາມຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອຮັບປະກັນໃຫ້ມີຄວາມປອດໄພໃນການນໍາໃຊ້ສະໜາມບິນ, ຊຶ່ງຈະຕ້ອງລໍຖ້າຝ່າຍເຈົ້າຂອງໂຄງການອະນຸມັດບັນດາໜ້າວຽກ ແລະ ມູນຄ່າວຽກເພີ່ມດັ່ງກ່າວຍ້ອນສາເຫດດັ່ງກ່າວ ບວກກັບການລະບາດຂອງພະຍາດໂຄວິດ-19 ບໍລິສັດຜູ້ຮັບເໝົາກໍ່ສ້າງ, ຈຶ່ງຢຸດຕິການກໍ່ສ້າງຊົ່ວຄາວເລີ່ມແຕ່ທ້າຍເດືອນມີນາ 2020 ຈົນມາຮອດປັດຈຸບັນ.

ສາເຫດທີ່ພາໃຫ້ມີວຽກເພີ່ມໃນເວລາລົງມືຈັດຕັ້ງປະຕິບັດການສໍາຫຼວດ-ອອກແບບ ໃນເບື້ອງຕົ້ນເຫັນວ່າບໍລິສັດທີ່ປຶກສາໂຄງການໄດ້ສໍາຫຼວດເກັບກໍາຂໍ້ມູນ ໃນຂອບເຂດບໍລິເວນພື້ນທີ່ການກໍ່ສ້າງໂຄງລ່າງຂອງສະໜາມບິນເທົ່ານັ້ນ ລວມທັງການອອກແບບສໍາລັບການບິນຂຶ້ນ-ລົງຂອງເຮືອບິນໃນທິດທາງດຽວເປັນຫຼັກ, ຊຶ່ງໄລຍະນັ້ນແມ່ນມີຄວາມຫຍຸ້ງຍາກໃນການເຂົ້າຫາພື້ນທີ່ເພື່ອດໍາເນີນການສໍາຫຼວດ, ຍ້ອນພື້ນທີ່ເປັນພູສູງບໍ່ສາມາດດໍາເນີນການສໍາຫຼວດ ເກັບກູ້ລະເບີດບໍ່ທັນແຕກ.

ພາຍຫຼັງໄດ້ດໍາເນີນການກໍ່ສ້າງມາໄດ້ໄລຍະໜຶ່ງແລ້ວ ຈຶ່ງໄດ້ມີການປະເມີນຄວາມສ່ຽງໃນການບໍລິການສະ ໜາມບິນໃນອານາຄົດ, ຈຶ່ງມີຄວາມຈໍາເປັນຕັດພູຢູ່ຕາມແລວທາງຂຶ້ນ-ລົງຂອງເຮືອບິນທັງສອງເບື້ອງທີ່ເປັນອຸປະສັກແກ່ການປະຕິບັດການບິນ, ເພື່ອເຮັດໃຫ້ສະໜາມບິນຂຶ້ນ-ລົງ ໄດ້ທັງສອງທິດທາງຕາມມາດຕະຖານສະໜາມບິນ Code 3C ຂອງອົງການການບິນພົນລະເຮືອນສາກົນ.

ຜ່ານການກວດສອບພາກສະໜາມຕົວຈິງບັນດາໜ້າວຽກ ແລະ ມູນຄ່າເພີ່ມແມ່ນມີຄວາມຈິງ, ມີແບບແຕ້ມເຕັກນິກກໍ່ສ້າງລະອຽດຖືກຕ້ອງເໝາະສົມຕາມການຄິດໄລ່ຂອງບໍລິສັດທີ່ປຶກສາໂຄງການ ແລະ ຮັບຮອງຈາກຫົວໜ້າໂຄງການ, ຈໍານວນບໍລິມາດຕັດດິນທີ່ເປັນວຽກເພີ່ມທັງໝົດ 4.795.230 ແມັດກ້ອນຕົກເປັນມູນຄ່າ 13.479.206 ໂດລາສະຫະລັດ ແລະ ວຽກເພີ່ມຕິດຕັ້ງດອກໄຟຟັງລົງໜ້າທາງແລ່ນຂຶ້ນ-ລົງຕົກເປັນມູນຄ່າ 6.017 ໂດລາສະຫະລັດ, ກໍ່ສ້າງລະບົບນໍ້າປະປາຕົກເປັນມູນຄ່າ 13,38 ຕື້ກີບ ຫຼື ປະມານ 1.500.000 ໂດລາສະຫະລັດ ຊຶ່ງລວມບັນດາໜ້າວຽກດັ່ງກ່າວມູນຄ່າທັງໝົດ 14.985.233 ໂດລາສະຫະລັດ.

ນອກຈາກນັ້ນ, ກໍ່ຍັງມີເງິນຄັງແຮໂຄງການລວມກັບໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດແມ່ນຍັງມີຈໍານວນ 5.027.074 ໂດລາສະຫະລັດ. ສະນັ້ນ, ເມື່ອຫັກລົບແລ້ວຍັງເຫັນວ່າມູນຄ່າວຽກທັງໝົດຂອງໂຄງການກໍ່ສ້າງສະໜາມບິນໜອງຄ້າງແມ່ນຍັງບໍ່ພຽງພໍຈໍານວນ 9.535.424 ໂດລາສະຫະລັດ. ຕໍ່ກັບຄວາມຕ້ອງການທາງດ້ານງົບປະມານຜູ້ຮັບຜິດຊອບໂຄງການຈຶ່ງສະເໜີລັດຖະບານພິຈາລະນາ ແລະ ອະນຸມັດມູນຄ່າເພີ່ມທີ່ບໍ່ພຽງພໍ ຈໍານວນ 9.535.424 ໂດລາສະຫະລັດ ແລະ ທັງຊຸກຍູ້ໃຫ້ບໍລິສັດ ທາໂກ ສືບຕໍ່ສະໜອງທຶນໃຫ້ບໍລິສັດ ຮຸ້ນສ່ວນ ຮວ່າງແອງ ຢາລາຍ ເພື່ອໃຫ້ມີງົບປະມານສືບຕໍ່ປະຕິບັດໂຄງການດັ່ງກ່າວ.
ພາບ-ຂ່າວ: ອາພັດສະລາ ຈັນທະວົງ

Share108TweetShare
Next Post
ມູນເຫດເເຫ່ງການເຮັດບຸນ ເຂົ້າສະຫຼາກ(ບຸນຫໍ່ເຂົ້າໃຫຍ່)

ມູນເຫດເເຫ່ງການເຮັດບຸນ ເຂົ້າສະຫຼາກ(ບຸນຫໍ່ເຂົ້າໃຫຍ່)

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຈົ້າໜ້າທີ່ເປິດເຜີຍເຫດການເມຍຫຼວງຈູດເມຍນ້ອຍ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...